ວັນສຸກ, 26/04/2024

.

ທະນາຄານຮ່ວມທຸລະກິດລາວຫວຽດ ມອບລາງວັນການແຂ່ງຂັນກິລາກ໊ອຟ Hole in One ໃຫ້ແກ່ລູກຄ້າ.

ເພື່ອເປັນການສະໜັບສະໜູນນັກກິລາທີ່ເຂົ້າມາຫຼິ້ນກ໊ອຟ ຢູ່ສະໜາມກ໊ອຟ ລອງວຽນ ຖະໜົນທ່າເດື່ອ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ຕາມເງື່ອນໄຂ ແລະ ກະຕິກາທີ່ກໍານົດໄວ້; ເຊິ່ງທະນາຄານຮ່ວມທຸລະກິດລາວຫວຽດເປັນຜູ້ສະໜັບສະໜູນຫຼັກ. ໂດຍສະເພາະນັກກິລາທີ່ຕີກ໊ອຟຄັ້ງດຽວໃຫ້ລົງໃນຂຸມທີ່ກໍານົດໄວ້ແມ່ນ Hole in One ໃນຂຸມ Par 3 ປະກອບມີ: ຂຸມ 5, 7, 12, 17,21, 23 ແລະ 26 ຜູ້ທີ່ຕີໄດ້ຄົບຕາມເງື່ອນໄຂຈະໄດ້ຮັບບັນຊີເງິນຝາກປະຫຍັດມູນຄ່າ 3 ລ້ານກີບ.

ຫຼ້າສຸດ, ເມື່ອວັນອາທິດ ທີ 27 ກັນຍາ 2020 ຜ່ານມາ ທີ່ໂຮງແຮມວຽງຈັນພລາຊາ ນະຄອນຫຼວງວຽງຈັນ ທ່ານ ຫວຽນ ວັນບິ່ງ ຜູ້ອໍານວຍການໃຫຍ່ ພ້ອມດ້ວຍຮອງອໍານວຍການ ແລະ ຄະນະຜູ້ບໍລິຫານທະນາຄານຮ່ວມທຸລະກິດລາວຫວຽດ ກໍ່ໃຫ້ກຽດມອບບັນຊີເງິນຝາກປະຫຍັດ ມູນຄ່າ 3 ລ້ານກີບ ໃຫ້ແກ່ທ່ານ TRAN TUAN LE ທີ່ຕີກ໊ອຟຄັ້ງດຽວໃຫ້ລົງໃນຂຸມທີ່ກໍານົດໄວ້ແມ່ນ Hole in One.

ກ່ອນໜ້ານີ້, ເມື່ອວັນສຸກ ທີ 18 ກັນຍາ 2020 ຜ່ານມາ ຄະນະຜູ້ບໍລິຫານທະນາຄານຮ່ວມທຸລະກິດລາວຫວຽດ ຍັງໄດ້ມອບບັນຊີເງິນຝາກປະຫຍັດ ມູນຄ່າ 3 ລ້ານກີບ ເຊິ່ງມອບໂດຍຮອງຜູ້ອຳນວຍການໃຫຍ່ ທ່ານ ຝາມ ກວກ ກົ່ງ ໃຫ້ແກ່ ທ່ານ ສົງຄາມ ສີລາເພັດຊຣ໌ ທີ່ຕີກ໊ອຟຄັ້ງດຽວໃຫ້ລົງໃນຂຸມທີ່ກໍານົດໄວ້ແມ່ນ Hole in One ເຊິ່ງມີພິທີມອບຢູ່ດ້ານຫນ້າຂອງພະແນກບໍລິການລູກຄ້າສໍານັກງານໃຫຍ່ ທະນາຄານຮ່ວມທຸລະກິດລາວຫວຽດ.

-----------------------------------------

ທະນາຄານຮ່ວມທຸລະກິດລາວຫວຽດ

⦅ຂົວຕໍ່ແຫ່ງຜົນສໍາເລັດ⦆

Hotline: 1440

LaoVietBank

www.laovietbank.com.la