ວັນສຸກ, 19/04/2024

.

ທະນາຄານຮ່ວມທຸລະກິດລາວຫວຽດ ມອບເຄື່ອງຊ່ວຍເຫຼືອໃຫ້ແກ່ຄອບຄົວທຸກຍາກ ຈຳນວນ 150 ຊຸດ ທີ່ເມືອງຊຽງຮ່ອນ, ແຂວງໄຊຍະບູລີ

ທະນາຄານຮ່ວມທຸລະກິດລາວຫວຽດ ມອບເຄື່ອງຊ່ວຍເຫຼືອໃຫ້ແກ່ຄອບຄົວທຸກຍາກ ຈຳນວນ 150 ຊຸດ ທີ່ເມືອງຊຽງຮ່ອນ, ແຂວງໄຊຍະບູລີ

ໃນວັນທີ 23/03/2017 ທະນາຄານຮ່ວມທຸລະກິດລາວຫວຽດ (LaoVietBank)  ໄດ້ມອບເຄື່ອງຊ່ວຍເຫຼືອໃຫ້ແກ່ຄອບຄົວທຸກຍາກ ຈຳນວນ 150 ຊຸດ ທີ່ເມືອງຊຽງຮ່ອນ, ແຂວງໄຊຍະບູລີ ເນື່ອງໃນໂອກາດຕ້ອນຮັບປີໃໝ່ລາວ ພ.ສ 2560 ທີ່ຈະມາເຖິງນີ້.

ລາຍການມອບເຄື່ອງຊ່ວຍເຫຼືອ 150ຊຸດ ໃນຄັ້ງນີ້ ນອນຢູ່ໃນໂຄງການຊ່ວຍເຫຼືອສັງຄົມຂອງ LaoVietBank ໃຫ້ແກ່ບັນດາຄອບຄົວທຸກຍາກ ເພື່ອຕ້ອນຮັບປີໃໝ່ ພ.ສ 2560 ລວມເຄື່ອງຊ່ວຍເຫຼືອແມ່ນ 500ຊຸດ ລວມມູນຄ່າ 80ລ້ານກີບ ໄດ້ມອບໃຫ້ແກ່ບັນດາແຂວງພາກເໜືອຂອງລາວຄື: ແຂວງໄຊຍະບູລີ, ຫຼວງພະບາງ, ອຸດົມໄຊ. ໃນແຕ່ລະຊຸດເຄື່ອງຊ່ວຍເຫຼືອປະກອບມີ: ເຂົ້າສານ, ນ້ຳປາ, ນ້ຳມັນພືດ, ແປງນົວ ແລະ ອື່ນໆ ນີ້ເປັນເຄື່ອງຊ່ວຍເຫຼືອທີ່ເຖິງຈະບໍ່ໃຫຍ່ແຕ່ເຕັມໄປດ້ວຍນ້ຳໃຈ, ຈິດໃຈຂອງບັນດາພະນັກງານທັງໝົດຂອງ LaoVietBank ທີ່ຮ່ວມມືກັນແບ່ງປັນບັນດາຄວາມຫຍຸ້ງຍາກຂອງປະຊາຊົນ. ບັນດາກິດຈະກຳຊ່ວຍເຫຼືອສັງຄົມນີ້ ໄດ້ກາຍເປັນກິດຈະກຳປະຈຳປີທີ່ຕິດແທດກັບ LaoVietBank ມາເປັນເວລາດົນນານແລ້ວ, ທີ່ສົ່ງໄປເຖິງບັນດາຄົນທຸກຍາກ, ບັນດານັກຮຽນທີ່ກຳລັງພົບຄວາມຫຍຸ້ງຍາກ...

 

(ທ່ານ ຟ້າມ ແມ້ງ ຮຸ່ງ - ຮອງຫົວໜ້າສາຂາ LaoVietBank ຫຼວງພະບາງ ພ້ອມດ້ວຍບັນດາພະນັກງານຂອງສາຂາ ມອບເຄື່ອງຊ່ວຍເຫຼືອໃຫ້ແກ່ຄອບຄົວທຸກຍາກ ທີ່ເມືອງຊຽງຮ່ອນ, ແຂວງໄຊຍະບູລີ)

ເຖິງຈະປະສົບກັບຄວາມຫຍຸ້ງຍາກຢ່າງໃດກໍ່ຕາມ LaoVietBank ຈະສືບຕໍ່ປະສານສົມທົບກັບບັນດາສາຂາ ເພື່ອມອບເຄື່ອງຊ່ວຍເຫຼືອໃຫ້ເຖິງມືບັນດາຄອບຄົວຄົນທຸກຍາກຢູ່ແຕ່ລະທ້ອງຖິ່ນ. ໃນປີ 2017, ທະນາຄານຮ່ວມທຸລະກິດລາວຫວຽດ ຈະສືບຕໍ່ປະສານສົມທົບກັບ ສະພາແຫ່ງຊາດ, ບັນດາອົງການຈັດຕັ້ງ, ເພື່ອສືບຕໍ່ປະຕິບັດຜັນຂະຫຍາຍບັນດາລາຍການຊ່ວຍເຫຼືອສັງຄົມໃຫ້ມີຄວາມກ້ວາງຂ້ວາງຂຶ້ນຕື່ມອີກເພື່ອຊ່ວຍເຫຼືອປະຊາຊົນລາວ.