ວັນເສົາ, 27/04/2024

.

ທະນາຄານຮ່ວມທຸລະກິດລາວຫວຽດ–ສາຂາຈຳປາສັກ ຈັດຕັ້ງພິທີສະເຫຼີມສະຫຼອງ ວັນສ້າງຕັ້ງ ຄົບຮອບ 15 ປີ.

ໃນວັນທີ່ 14/06/2016 ທີ່ຜ່ານມາ, ທະນາຄານຮ່ວມທຸລະກິດລາວຫວຽດ ສາຂາຈຳປາສັກ ໄດ້ຈັດຕັ້ງພິທີ ສະເຫຼີມສະຫຼອງ ວັນສ້າງຕັ້ງຄົບຮອບ 15 ປີ (22/06/2001 – 22/06/2016) ຢູ່ທີ່ໂຮງແຮງ ຈຳປາສັກ ແກຣນ ທີ່ແຂວງຈຳປາສັກ. ການສະເຫຼີມສະຫຼອງຄັ້ງນີ້ ເປັນເຫດການທີ່ສຳຄັນ ເພື່ອຂີດໝາຍຂະບວນການສ້າງສາພັດທະນາ ຂອງສາຂາຈຳປາສັກ ນັບແຕ່ມື້ສ້າງຕັ້ງມາຮອດປະຈຸບັນ.

ໃນພິທີດັ່ງກ່າວ, LaoVietBank – ສາຂາຈຳປາສັກ ເປັນກຽດຕ້ອນຮັບ ທ່ານ ບຸນຖອງ ດີວິໄຊ - ກຳມະ ການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງແຂວງຈຳປາສັກ, ພ້ອມກັບບັນດາສະຫາຍຜູ້ຕາງໜ້າຈາກ ບັນດາພະ ແນກຢູ່ທີ່ແຂວງຈຳ ປາສັກ, ຜູ້ຕາງໜ້າການນຳຂອງ ທະນາຄານແຫ່ງ ສປປ ລາວ ສາຂາຈຳປາສັກ; ຜູ້ຕາງໜ້າການ ນຳສະຖານທູດຫວຽດນາມປະຈຳຢູ່ແຂວງຈຳປາສັກ; ຜູ້ຕາງໜ້າບັນດາສະຖາບັນການເງິນ, ວິສາຫະກິດ, ອົງການຈັດ ຕັ້ງ, ບັນດາຄູ່ຄ້າ, ຄູ່ຮ່ວມທຸລະກິດຂອງ LaoVietBank ຢູ່ທີ່ແຂວງຈຳປາສັກ; ບັນດາການນໍາຂອງສາຂາຈໍາປາສັກ ໃນແຕ່ລະໄລຍະ; ປະທານສະພາບໍລິຫານ, ຄະນະບໍລິຫານ, ຫົວໜ້າບັນດາສາຂາ, ໜ່ວຍບໍລິການ ແລະ ຫົວໜ້າບັນດາພະແນກຂອງ LaoVietBank; ບັນດາສຳນັກຂ່າວສານ ຂອງລາວ ແລະ ຫວຽດນາມ ກໍ່ເສຍສະ ຫຼະເວລາເຂົ້າມາຮ່ວມພິທີ.

ພາຍຫຼັງ 15 ແຫ່ງການສ້າງຕັ້ງ, ການສ້າງສາ ແລະ ພັດທະນາ, ດ້ວຍທິດທາງທີ່ຖືກຕ້ອງຂອງຄະນະບໍລິຫານ ແລະ ຄະນະນຳສາຂາໃນແຕ່ລະໄລຍະ, ມາຮອດປະຈຸບັນນີ້ ສາຂາຈຳປາສັກໄດ້ກາຍເປັນ ໜຶ່ງໃນບັນດາສາຂາໃຫຍ່ ຢູ່ໃນທ້ອງຖິ່ນແຂວງຈຳປາສັກ ແລະ ເຂດພາກໃຕ້ຂອງລາວ ເຊີ່ງມີຂະໜາດຍອດຊັບສິນໃກ້ຄຽງກັບ 100 ລ້ານໂດ ລາສະຫະລັດ, ການເຄືອນໄຫວມີປະສິດທິຜົນ, ຜົນກຳໄລໃນປີຖັດໄປລ້ວນແຕ່ສູງກ່ວາປີທີ່ຜ່ານມາ, ອັດຕາສ່ວນໜີ້ ເສຍໄດ້ຮັບການຄວບຄຸມ ແລະ ຮັກສາຢູ່ໃນລະດັບທີ່ຕໍ່າກ່ວາ 2% ຂອງຍອດໜີ້ສິນເຊື່ອ.

ໂດຍຕາງໜ້າແຂວງຈຳປາສັກ, ທ່ານ ບຸນຖອງ ດີວິໄຊ - ກຳມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງ ແຂວງຈຳປາສັກ ໄດ້ຮັບຮອງ ແລະ ຕີລາຄາສູງຕໍ່ບັນດາໝາກຜົນ ແລະ ຄວາມພະຍາຍາມບຸກບືນຂອງ LaoViet-Bank ສາຂາຈໍາປາສັກ ໃນໄລຍະ 15 ປີທີ່ຜ່ານມາ, ທະນາຄານໄດ້ກາຍເປັນຫົວໜ່ວຍທຸລະກິດ ທີ່ສໍາຄັນ ປະກອບສ່ວນຢ່າງຕັ້ງໜ້າ ເຂົ້າໃນວຽກງານການປະຕິບັດນະໂຍບາຍ ການເງິນ-ເງິນຕາ, ຮັບໃຊ້ວຽກງານພັດທະນາ ເສດຖະກິດ-ສັງຄົມ ກໍ່ຄືການພົວພັນຮ່ວມມືທາງເສດຖະກິດການຄ້າ, ການລົງທຶນລະຫວ່າງ 2 ປະເທດ. ໂດຍສະ ເພາະແມ່ນວຽກງານການຊຳລະສະສາງ, ແລກປ່ຽນເງິນກີບ-ດົງ ລະຫວ່າງສອງປະເທດລາວ ແລະ ຫວຽດນາມ, ສະໜັບສະໜູນສິນເຊື່ອ, ປ່ອຍກູ້ໃຫ້ແກ່ ບັນດາວິສາຫະກິດປະສົມລາວ-ຫວຽດ ແລະ ບັນດາຫົວໜ່ວຍທຸລະກິດ ຢູ່ລາວ. ສີ່ງດັ່ງກ່າວນີ້ໄດ້ຢັ້ງຢືນເຖິງ  ການຕັດສິນໃຈສູ້ຊົນອັນສູງສົ່ງ ໃນການຕອບສະໜອງຄວາມຕ້ອງການ ໃນວຽກ ງານພັດທະນາຮ່ວມມືຮອບດ້ານ, ໂດຍສະເພາະ ແມ່ນໃນຂະແໜ່ງເສດຖະກິດ-ການເງິນ ຂອງສອງປະເທດ.

ນອກນັ້ນ, ທະນາຄານຮ່ວມທຸລະກິດລາວຫວຽດ ເວົ້າລວມ ແລະ ສາຂາຈຳປາສັກເວົ້າສະເພາະ ເປັນໜຶ່ງ ໃນບັນດາຫົວໜ່ວຍທີ່ເອົາໃຈໃສ່ ໃນວຽກງານຊ່ວຍເຫຼືອສັງຄົມຢູ່ທີ່ແຂວງຈຳປາສັກ ຢ່າງສະໝໍ່າສະເໝີເຊັ່ນວ່າ:​ ຊ່ວຍເຫຼືອຜູ້ທຸກຫຍາກ, ມອບເຄື່ອງຊ່ວຍເຫຼືອເປັນຄອມພິວເຕີ້, ມອບເຄື່ອງຊ່ວຍເຫຼືອໃຫ້ແກ່ນັກຮຽນ, ໂຮງຮຽນ … ເພື່ອເປັນການຊ່ວຍແບ່ງເບົາ ຄວາມທຸກຫຍາກຂອງປະຊາຊົນ ໃນສ່ວນໃດໜຶ່ງ.

ເພື່ອເປັນການຈົດຈຳເຖິງ ການປະກອບສ່ວນຕ່າງໆຂອງໝູ່ຄະນະ ກໍ່ຄືບຸກຄົນຈາກ LaoVietBank ສາຂາ ຈຳປາສັກ, ທ່ານ ບຸນຖອງ ດີວິໄຊ - ກຳມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງແຂວງຈຳປາສັກ ໄດ້ຕາງໜ້າມອບໃບຍ້ອງຍໍໃຫ້ແກ່ ສາຂາຈຳປາສັກ ແລະ ພະນັກງານທີ່ຜົ້ນເດັ່ນຈຳນວນ 10 ສະຫາຍ ເຊີ່ງມີຜົນງານ ດີເດັ່ນປະກອບສ່ວນ ເຂົ້າໃນວຽກງານການພັດທະນາ ເສດຖະກິດສັງຄົມ ຢູ່ທີ່ແຂວງຈຳປາສັກ.

ທ່ານ ນະ ຈັນຕະລິວົງ – ຫົວໜ້າ ທະນາຄານແຫ່ງ ສປປ ລາວ ສາຂາຈຳປາສັກ ໄດ້ກ່າວໃນພິທີວ່າ: Lao-VietBank ສາຂາຈຳປາສັກ ເປັນຫົວໜ່ວຍທີ່ປະຕິບັດການເຄື່ອນໄຫວ ຢ່າງຖືກຕ້ອງຕາມລະບຽບການ ທີ່ທະນາ ຄານແຫ່ງ ສປປ ລາວ ວາງອອກ, ການເຄື່ອນໄຫວທຸລະກິດມີປະສິດທິຜົນ, ໄດ້ປະກອບສ່ວນຢ່າງຕັ້ງໜ້າ ເຂົ້າໃນ ການພັດທະນາຢ່າງໝັ້ນຄົງ ຂອງຂະແໜ່ງທະນາຄານຢູ່ລາວ, ໄດ້ຊຸກຍູ້ພື້ນຖານເສດຖະກິດໃຫ້ເຕີບໃຫຍ່ ແລະ ຂະ ຫຍາຍຕົວຢ່າງບໍ່ຢຸດຢັ້ງ, ສ້າງເງື່ອນໄຂສະດວກໃນການພົວພັນການຄ້າ, ການໂອນເງິນ ແລະ ການລົງທຶນລະຫວ່າງ ສອງປະເທດ ລາວ-ຫວຽດນາມ ໃຫ້ມີການຂະຫຍາຍຕົວ.

ນອກນັ້ນ, ກຳມະບານ ທະນາຄານແຫ່ງ ສປປ ລາວ ໄດ້ມອບໃບຍ້ອງຍໍ ໃຫ້ແກ່ພະນັກງານ LaoVietBank – ສາຂາຈຳປາສັກຈຳນວນ 14 ສະຫາຍ ທີ່ມີຜົນງານດີເດັ່ນ.

ພິເສດໃນພິທີດັ່ງກ່າວ, ເພື່ອເປັນການແບ່ງປັນ, ຊ່ວຍເຫຼືອບັນດາຫົວໜ່ວຍທຸລະກິດຄອບຄົວ ທີ່ໄດ້ຮັບຜົນ ກະທົບຈາກເຫດການ ອັກຄີໄພຢູ່ຕະຫຼາດໃໝ່-ຈຳປາສັກ, LaoVietBank ໄດ້ມອບເງິນຊ່ວຍເຫຼືອ ເປັນຈຳນວນ 140,000,000 ກີບ ໃຫ້ແກ່ແຂວງຈຳປາສັກ ເພື່ອແກ້ໄຂຜົນສະທ້ອນຈາກອັກຄີໄພທີ່ຜ່ານມາ.