ວັນເສົາ, 20/04/2024

.

ທະນາຄານຮ່ວມທຸລະກິດລາວຫວຽດອຸປະຖຳຊ່ວຍເຫຼືອສັງຄົມລວມມູນຄ່າ202ລ້ານກີບໃຫ້ແກ່ປະຊາຊົນຜູ້ທຸກຍາກຢູ່ທີ ແຂວງໄຊຍະບູລີ

ທະນາຄານຮ່ວມທຸລະກິດລາວຫວຽດອຸປະຖຳຊ່ວຍເຫຼືອສັງຄົມລວມມູນຄ່າ 202 ລ້ານກີບ ໃຫ້ແກ່ປະຊາຊົນຜູ້ ທຸກຍາກຢູ່ທີແຂວງໄຊຍະບູລີ ໂດຍຜ່ານ ແຜນການເຄື່ອນໄຫວວຽກງານ ຂອງສະພາແຫ່ງຊາດລາວ.

ໃນຂອບເຂດແຜນການເຄື່ອນໄຫວວຽກງານ ຂອງປະທານສະພາແຫ່ງຊາດລາວ ຢູ່ທີ່ແຂວງ ໄຊຍະບູລີ ແຕ່ວັນທີ່ 27 ຫາ 28/05/2015. ທະນາຄານຮ່ວມທຸລະກິດລາວຫວຽດ ຮ່ວມກັບ ຫ້ອງການສະພາແຫ່ງຊາດລາວ ໄດ້ຈັດພິທີມອບເງິນຊ່ວຍເຫຼືອສັງຄົມໃຫ້ແກ່ ປະຊາຊົນບ້ານບໍ່ນານ້ອຍ, ເມືອງບໍ່ແຕນ ແລະ ບ້ານດອນໄຊ, ເມືອງຊຽງຮ່ອນ, ແຂວງໄຊຍະບູລີ.

ພາຍໃຕ້ການເປັນສັກຂີພະຍານ ຂອງປະທານສະພາແຫ່ງຊາດລາວ, ອຳນາດການປົກຄອງ ແຂວງໄຊຍະບູລີ ແລະ ພໍ່ແມ່ປະຊາຊົນໃນທ້ອງຖິ່ນເປັນຈຳນວນຫຼວງຫຼາຍ, ທະນາຄານຮ່ວມທຸລະກິດ ລາວຫວຽດ ໄດ້ສະໜັບສະໜູນການກໍ່ສ້າງລະບົບທໍ່ນ້ຳລິນ ໄປສູ່ແຕ່ລະຄົວເຮືອນຢູ່ໃນບ້ານ ເພື່ຶອແກ້ໄຂ ສະພາບ ການຂາດແຄນນ້ຳໃນຊີວິດປະຈຳວັນໃຫ້ແກ່ປະຊາຊົນ. ການກໍ່ສ້າງລະບົບທໍ່ນ້ຳລິນນີ້ ໄດ້ປະ ກອບສ່ວນຊ່ວຍເຫຼືອປະຊາຊົນບ້ານບໍ່ນານ້ອຍ ໃຫ້ໄດ້ນຳໃຊ້ນ້ຳສະອາດເຂົ້າໃນຊີວິການເປັນຢູ່ ແລະ ການຜະລິດຜົນຢູ່ກັບຄົວເຮືອນ.  ຢຸດຕິສະພາບການຂາດແຄນນ້ຳຂອງປະຊາຊົນ ແລະ ຕ້ອງໄປເອົາ ນ້ຳຢູ່ຫ່າງໄກທີ່ຢູ່ອາໃສ.

asxh01

(ຜູ້ອຳນວຍການໃຫຍ່ ທະນາຄານຮ່ວມທຸລະກິດລາວຫວຽດ (ຜູ້ທີ່ສອງນັບຈາກເບື້ອງຂວາ) ຂື້ນມອບລະບົບນ້ຳລິນໃຫ້ແກ່ ຜູ້ຕາງໜ້າອຳນາດການປົກຄອງ ແຂວງໄຊຍະບູລີ)

ໃນພິທີດັ່ງກ່າວ, ທ່ານ ນາງ ປານີ ຢາທໍ່ຕູ້ – ປະທານສະພາແຫ່ງຊາດລາວ ໄດ້ຕີລາຄາສູງ ການທີ່ທະນາຄານຮ່ວມທຸລະກິດລາວຫວຽດ ຄຽງຄຼ່ກັບ ສະພາແຫ່ງຊາດລາວ, ລັດຖະບານລາວ ເພື່ອ ຮ່ວມກັນຜັນຂະຫຍາຍບັນດາໂຄງການ ທີ່ມີຄວາມຈຳເປັນຢ່າງແທ້ຈິງ ແນໃສ່ສະໜັບສະໜູນ ຊ່ວຍເຫຼືອ, ຍົກສູງຊີວິດການເປັນຢູ່ຂອງປະຊາຊົນລາວ ຢູ່ບັນດາເຂດທີຫ່າງໄກສອກຫຼີກ ທີ່ພົບ ຄວາມຫຍຸ້ງຍາກ ທາງດ້ານເສດຖະກິດມີຄວາມໝາຍອັນເລິກເຊີ່ງ, ນຳມາເຊີ່ງຜົນປະໂຫຍດ ທີ່ແທ້ຈິງໃຫ້ແກ່ປະຊາຊົນຜູ້ທຸກຍາກ. ເຊິ່ງໄດ້ຢັ້ງຢືນ ແລະ ເພີ່ມທະວີສາຍພົວພັນມິດຕະພາບ ແບບພິເສດ, ສະໜິດແໜ້ນ ລະຫວ່າງ 2 ພັກ, 2 ລັດຖະບານລາວ ແລະ ຫວຽດນາມ.

asxh02

(ນ້ຳລິນ-ບ້ານບໍ່ນານ້ອຍ, ເມືອງບໍ່ແຕນ, ແຂວງໄຊຍະບູລີ)

ພ້ອມກັນນັ້ນໃນແຜນການເຄື່ອນໄຫວວຽກງານດັ່ງກ່າວ, ທະນາຄານຮ່ວມທຸລະກິດລາວຫວຽດ ໄດ້ສືບຕໍ່ມອບເງິນຈຳນວນຫຼາຍກ່ວາ 26 ລ້ານກີບ ໃຫ້ແກ່ປະຊາຊົນບ້ານດອນໄຊ, ເມືອງຊຽງຮອນ, ແຂວງໄຊຍະບູລີ ເພື່ອຊື້ສັງກະສີມຸງເຮືອນໃຫ້ແກ່ 29 ຄົວເຮືອນທີ່ທຸກຍາກຢູ່ໃນບ້ານ ເພື່ອປັບປຸງ ປົວແປງເຮືອນຊານກ່ອນລະດູຝົນ.

asxh03

(ພິທີມອບ-ຮັບເງິນຊ່ວຍເຫຼືອຊື້ສັງກະສີໃຫ້ແກ່ປະຊາຊົນ ບ.ດອນໄຊ, ມ.ຊຽງຮ່ອນ, ຂ.ໄຊຍະບູລີ)

ໃນປີ 2015, ທະນາຄານຮ່ວມທຸລະກິດລາວຫວຽດ ຈະສືບຕໍ່ປະສານງານກັບຫ້ອງການ ສະພາ ແຫ່ງຊາດລາວ ເພື່ອຜັນຂະຫຍາຍບັນດາໂຄງການຊ່ວຍເຫຼືອສັງຄົມ ທີ່ມີຄວາມຈຳເປັນຢ່າງແທ້ ຈິງໃຫ້ແກ່ປະຊາຊົນລາວ, ດ້ວຍມູນຄ່າການຊ່ວຍເຫຼືອສັງຄົມທັງໝົດ ທີໄດ້ຮັບອະນຸມັດຈາກທະນາຄານ ແມ່ BIDV ແມ່ນ 1.20 ຕື້ກີບ.