ວັນສຸກ, 29/03/2024

.

ທະນາຄານຮ່ວມທຸລະກິດລາວຫວຽດ ເປີດນຳໃຊ້ເຂດພັດທະນາໜອງທາຄົບວົງຈອນ ຢ່າງເປັນທາງການ

ໃນຕອນເຊົ້າຂອງວັນທີ 27/07/2016 ນີ້, ທະນາຄານຮ່ວມທຸລະກິດລາວຫວຽດ (LaoVietBank) ໄດ້ຈັດພິທີເປິດນຳໃຊ້ເຂດພັດທະນາຄົບວົງຈອນໜອງທາ ເຊີ່ງຕັ້ງຢູ່ທີ່ບ້ານໜອງທາ ໃຕ້, ເມືອງຈັນທະບູລີ, ນະຄອນຫຼວງວຽງຈັນ..

ໃນພິທີດັ່ງກ່າວ, LaoVietBank ໄດ້ເປັນກຽດຕ້ອນຮັບ ການນຳຂັ້ນສູງຂອງພັກ ແລະ ລັດຖະບານລາວ, ໂດຍການໃຫ້ກຽດເຂົ້າຮ່ວມຂອງ ທ່ານ ສົມດີ ດວງດີ - ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການເງິນ, ທ່ານ ທອງສິງ ທຳມະວົງ - ອະດີດກໍາມະການກົມການເມືອງ ອະດີດນາຍົກລັດຖະມົນຕີ, ທ່ານ ສົມສະຫວາດ ເລັ່ງສະຫວັດ - ອະດີດກໍາມະການກົມການເມືອງ ອະດີດຮອງນາຍົກລັດ ຖະມົນຕີ, ບັນດາລັດຖະມົນຕີ, ຮອງລັດຖະມົນຕີຈາກບັນດາກະຊວງ, ສຳລັບທາງຝ່າຍຫວຽດນາມ ໄດ້ເປັນກຽດຕ້ອນຮັບ ທ່ານ ຮວ່າງ ຊວັນ ຮ່າຍ - ອຸປະທູດຫວຽດນາມປະຈໍາລາວ, ນອກນັ້ນຍັງມີບັນດາລູກຄ້າ, ຄູ່ຮ່ວມທຸລະກິດຂອງ LaoVietBank  ກໍໄດ້ໃຫ້ກຽດເຂົ້າຮ່ວມພິທີດັ່ງກ່າວ.

ທ່ານ ຫງວຽນ ວັນ ບິ່ງ - ຜູ້ອຳນວຍການໃຫຍ່ LaoVietBank, ຕາງໜ້າຜູ້ລົງທຶນ ໃຫ້ຮູ້ວ່າ: ເຂດພັດທະນາຄົບວົງຈອນໜອງທາຂອງ LaoVietBank ແຫ່ງນີ້ ນອນຢູ່ໃນພຶ້ນທີ່ຂອງໂຄງການບ້ານຈັດສັນ Nongtha Paradise Land. ໃນນັ້ນ, ເນຶ້ອທີ່ທັງໝົດຂອງໂຄງການ LaoVietBank ໃກ້ຄຽງ 04 ເຮັກຕາ ແລະ ໄດ້ແບ່ງອອກເປັນ 03 ເຂດ, ລວມມີ: ເຂດຫ້ອງການ ແລະ ຫ້ອງການໃຫ້ເຊົ່າ; ເຂດສູນຝຶກອົບຮົມ, ສຳມະນາວິຊາສະເພະາ, ຫ້ອງປະຊຸມ; ເຂດເຮືອນຮັບແຂກ ແລະ ເຮືອນພັກພະນັກງານ ລວມເປັນມູນຄ່າທັງໝົດ ຫຼາຍກວ່າ 20 ລ້ານໂດລາສະຫະລັດ. ເຂດພັດທະນາຄົບວົງຈອນໜອງທາ ຈະກາຍເປັນສະຖານທີ່ ຈັດຝຶກອົບຮົມ, ສຳມະນາໃຫ້ແກ່ບັນດາພະນັກງານຂອງ LaoVietBank ແລະ ບັນດາຕົວແທນການຄ້າ BIDV ປະຈຳລາວ, ປະກອບສ່ວນໃນການຍົກສູງຄຸນນະພາບຂອງ ແຫຼ່ງບຸກຄະລາກອນ. ນອກຈາກນີ້,  ຍັງເປັນສະຖານທີ່ຈັດກອງປະ ຊຸມ ແລະ ຈັດງານຕ່າງໆຂອງ LaoVietBank ອີກດ້ວຍ.

ຕາງໜ້າອຳນາດການປົກຄອງ ນະຄອນຫຼວງວຽງຈັນ, ທ່ານ ແກ້ວພິລາວັນ ອາໄພວັນ - ຮອງ ເຈົ້າຄອງນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ: ເຂດພັດທະນາຄົບວົງຈອນໜອງທາ ໄດ້ເປີດນຳໃຊ້ເປັນ ໂຄງການທີ່ ອອກແບບໄດ້ງົດງາມ ແລະ ທັນສະໄໝ ຕິດພັນກັບການອອກແບບຕາມຊົງເຮືອນລາວ, ທັງເປັນການປັບປຸງ ສະພາບແວດລ້ອມໃນຕົວເມືອງ ໃຫ້ມີຄວາມຂຽວສົດງົດງາມ ແລະ ເປັນຂີດໝາຍທາງດ້ານວັດທະນະທຳ ຂອງສອງປະເທດລາວ ແລະ ຫວຽດນາມ ອີກດ້ວຍ.