ວັນພຸດ, 24/04/2024

.

ທະນາຄານຮ່ວມທຸລະກິດລາວຫວຽດ ໄດ້ສຳເລັດການເຊື່ອມໂຍງບັດ ATM ກັບ 28 ທະນາຄານທີ່ເປັນສະມາຊິກ BanknetVN ຢູ່ ສສ ຫວຽດນາມ.

ວັນທີ 25/09/2014, ຢູ່ນະຄອນຫລວງວຽງຈັນ, ສປປ ລາວ, ທະນາຄານຮ່ວມ​ທຸລະກິດລາວຫວຽດ (LaoVietBank) ແລະ ບໍລິສັດ ຮຸ້ນສ່ວນ​ເຊື່ອມ​ໂຍງການເງິນແຫງຊາດຫວຽດນາມ (Banknet VN) ໄດ້​ຈັດງານຕັດແຖບຜາເປີດພິທີ ແລະ ນຳເອົາລະບົບຊຳລະສະສາງບັດ ATM ຂອງ LaoVietBank ເຊື່ອມ​ຕໍ່​ກັບ​ລະບົບຂອງ BanknetVN.

      ໂດຍມີການເຂົ​້າຮ່ວມ ແລະ ຮັບຟັງຂອງທ່ານ ເວືອງ ດີງ ເຮ້- ກຳມະການສູນກາງພັກຄອມມູນິດຫວຽດນາມ, ຫົວໜ້າຄະນະ ເສດຖະກິດສູນກາງ ສສ ຫວຽດນາມ; ທ່ານ ຫງວຽນ ແມັ້ງ ຮຸງ - ​ເອກ​ອັກຄະ​ລັກ​ຖະທູດວິສາມັນ​ຜູ້​ມີ​ອຳນາດ​ເຕັມແຫ່ງ ສສ ຫວຽດນາມ ປະຈຳ ສປປ ລາວ; ຕາງໜ້າ​ຄະນະ​ນຳ​ຂອງ ທະນາຄານ​ແຫ່ງ ສປປ ລາວ; ຄະນະນຳຂອງສອງ ທະນາຄານແມ່ BIDV ແລະ BCEL, ບັນດາ​ທະນາຄານ​ທຸລະ​ກິດ ພ້ອມດວ້ຍລູກຄ້າ ແລະ ຄູ່ຮ່ວມທຸລະ​ກິດຂອງ LaoVietBank ​ໄດ້ເຂົ້າຮ່ວມຢ່າງ​ພ້ອມພຽງ.

    ກ່າວປາໄສ​ໃນພິທີຕັດແຖບຜ້າ, ທ່ານ ຫງວຽນ ກວາງ ມິ​ງ - ຜູ້ອຳນວຍການ Banknet ຫວຽດນາມ ​ໄດ້​ໃຫ້​ຮູ້​ວ່າ: “ ການ​ເຊື່ອມ​ຕໍ່​ລະບົບ​ຊຳລະ​ສະ​ສາງຜ່ານ​ບັດ ATM ລະຫວ່າງ LaoVietBank ​ແລະ Banknetvn ແມ່ນເຫດການໜື່ງທີ່ສຳຄັນ​ເຊິ່ງ​ເຮັດ​ໃຫ້ LaoVietBank ກາຍ​ເປັນ​ທະນາຄານ​ທຳ​ອິດ ທີ່​ເຊື່ອມ​ໂຍງ​ກັບ​ລະບົບ​ການ​ຊຳລະ​ສະ​ສາງ​ຜ່ານ​ບັດ​ຊຳລະ​ຢູ່​ຕ່າງປະ​ເທດ. ​ເຊິ່ງນີ້​ເປັນ​ຕົ້ນແບບທີ່​ຈະ​ເຮັດ​ໃຫ້​ບັນດາທະນາຄານທຸລະກິດຢູ່ລາວ ສາມາດ​ເຊື່ອ​ມ​ໂຍງ​ອອກ​ສູ່​ຕ່າງປະ​ເທດ, ຊ່ວຍ​ເພີ່ມ​ຄວາມ​ສາມາດ​ໃນ​ການ​ສະໜອງ​ບໍລິການ​ທີ່​ມີ​ຄວາມ​ສະດວກ​ວ່ອງ​ໄວ​ໃຫ້​ແກ່​ບັນດາ​ຜູ້​ຊົມ​ໃຊ້​ລະຫວ່າງ 02 ປະ​ເທດ, ​ເປີດ​ກວ້າງ​ຕາໜ່າງການ​ຊຳລະ, ກ້າວ​ໄປ​ສູ່​ເປົ້າ​ໝາຍ​ການ​ເຂົ້າ​ຮ່ວມ, ​ເຊື່ອມ​ໂຍງ​ກັບ​ທົ່​ວ​ໂລກ”

   ລະບົບ​ການ​ເຊື່ອມ​ໂຍງ LaoVietBank – Banknet ​ເມື່ອ​ໄດ້​ນຳ​ເຂົ້າ​ສູ່​ການ​ບໍລິການຈະ​ສ້າງ​ຄວາມ​ສະດວກ, ວ່ອງ​ໄວ​ໃຫ້​ແກ່​ລູກ​ຄ້າ​ທີ່ຊົມ​​ໃ​ຊ້​ບັດ ATM ຂອງ LaoVietBank ກໍ​ຄືບັນດາ​ລູກ​ຄ້າ​ຂອງອີກ 28 ທະນາຄານທີ່​ເປັນ​ສະມາ​ຊິກ​ຂອງ Banknet ສາມາດ​ດຳ​ເນີນການ​ເຄື່ອນ​ໄຫວ​ທຸລະ​ກຳ​ຢູ​່ໃນ​ທຸກໆຕູ້ ATM ​ໃນ​ທົ່ວ​ດິນ​ແດນ​ຂອງ ສປປ ​ລາວ ​ແລະ ສສ ຫວຽດນາມ. ການ​ເຊື່ອມ​ຕໍ່ຍັງຊ່ວຍ​ໃຫ້ປະຢັດ​​ເວລາ​ໃນ​ການ​ໂອນ​ເງິນ​ຈາກ​ ສປປ ລາວ​ໄປ ສສ ​ຫວຽດນາມ ​ແລະ ຈາກ ສສ ​ຫວຽດນາມ​ ມາ ສປປ ລາ​ວ. ພາຍຫລັງ​ເຊື່ອມ​ໂຍງ​ລະບົບ​ສຳ​ເລັດ​ລູກ​ຄ້າ​ສາມາດ​ນຳ​ໃຊ້ບັດ ATM ເພື່ອດຳເນີນການຖອນເງິນ ຫລື ຊຳລະຜ່ານເຄື່ອງຮູດເງິນ POS ໄດ້ທຸກໆເວລາໂດຍບໍ່ເສຍເວລາໃນການໂອນເງິນຄືກັນກັບ​ແຕ່​ກ່ອນ. ປະຢັດທັງເວລາ ແລະ ຄ່າໃຊ້ຈ່າຍ​ໃນ​ການ​ໂອນ​ເງິນໃຫ້ແກ່ລູກຄ້າ.

ທ່ານ ເຈີນ ລຸກ ລາງ - ຮອງຜູ້ອຳນວຍການ BIDV, ປະທານສະພາບໍລິຫານ LaoVietBank ໄດ້ໃຫ້​ຮູ້ວ່າ: “ນັບ​ແຕ່​ມື້​ທີ່​ໄດ້​ສ້າງ​ຕັ້ງ​ແຕ່​ປີ 1999 ຈົນ​ເຖິງ​ປັດຈຸບັນ, LaoVietBank ສາມາດ​ປະຕິບັດ​ຫລ້ອນ​ໜ້າ​ທີ່​ຢ່າງ​ດີ​ເດັ່ນ​ໃນ​ການ​ເປັນ​ຫົວໜ່ວຍ​​ແຖວ​ໜ້າ​ໃນ​ການເຊື່ອມ​ຕ໋ການ​ຊຳລະ​ສະ​ສາງ, ​ແລກປ່ຽນ​ເງິນຕາ​ຂອງ​ສອງ​ຊາດ ລາວ ຫວຽດນາມ, ​ເປັນ​ຂົວ​ຕໍ່​ໃຫ້​ແກ່​ບັນດາ​ສະມາຄົມ​ນັກທຸລະກິດ​ຂອງ​ສອງ​ປະ​ເທດ ຊຸກຍູ້​ການ​ຮ່ວມ​ມືທາງ​ເສດຖະກິດ, ການ​ລົງທຶນ, ການ​ຄ້າ ​ແລະ ທ່ອງ​ທ່ຽວ. ​ໂດຍ​ໄດ້​ຮັບ​ການ​ຊ້ວຍ​ເຫຼືອ​ສະໜັບສະໜູນ​ຢ່າງ​ເຂັ້ມ​ແຂັງ ​ແລະ ຮອບດ້ານ​ຈາກ BIDV. ລະບົບ​ການ​ຊຳລະ​ຂອງ LaoVietBank ​ໄດ້​ຂ້າມ​ຜ່ານ​​ເຖິງ 03 ໄລຍະ​ແຫ່ງ​ການ​ພັດທະນາ: ​ໄລຍະ​ທີ​ 1 ​ໄລຍະ​ການ​ເຊື່ອມ​ໂຍງ​ພື້ນຖານ. ​ໄລຍະ​ທີ 2 ການ​ເຊື່ອມ​ໂຍງ​ລະບົບ Online ລະຫວ່າງ LaoVietBank ຢູ່ ສປປ ລາວ ​ແລະ ບັນດາ​ສາຂາ​ຢູ່​ ສສ ຫວຽດນາມ ພາຍຫຼັງ​ທີ່​ໄດ້​ສຳ​ເລັດ​ການ​ຜັນ​ຂະຫຍາຍລະບົບ​ເຕັກ​ໂນ​ໂລ​ຊີ Corebanking ທີ່​ທັນ​ສະ​ໄໝ​ລະດັບ​ແຖວ​ໜ້າ​ຢູ່ ສປປ ລາວ. ​ໄລຍະ​ທີ 3, LaoVietBank ​ກໍ່ໄດ້ ​ແລະ ພວມ​ດຳ​ເນີນ​ການ​ຊຸກຍູ້​ການ​ລົງທຶນ, ນຳ​ໃຊ້​ນຳ​ໃຊ້​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວສານ​ພິ​ເສດ ​ແລະ ສຳ​ເລັດ​ຜົນ​ໃນ​ການ​ເຊື່ອມ​ໂຍງ​ໂດຍ​ກົງ​ກັບ​ອີກ 28 ທະນາຄານ​ທີ່​ເປັນ​ສະມາຊິກ​ຂອງ​ລະບົບ BanknetVN, ສາມາດ​ສະໜອງ​ບັນດາ​ຜະລິດ​ຕະພັນ​ທະນາຄານ​ແບບ​ລາຍ​ຍ່ອຍ​ໄດ້​ຫລາກ​ຫລາຍ​ກວ່າ​ເກົ່າ. ບົນ​ພື້ນຖານ​ດ້ານ​ເຕັກ​ໂນ​ໂລ​ຊີ​ທີ່​ມີ​ຢູ່​ໃນ​ປັດຈຸບັນ LaoVietBank ​ແມ່ນ​ມີ​ຄວາມ​ອາດ​ສາມາດ​ສູງ​ທີ່​ຈະ​ເຊື່ອມ​ໂຍງ​ກັບ​ລະບົບ​ການ​ຊຳລະ​ດ້ວຍບັດ​ທີ່​ມີ​ຂະໜາດ​ໃຫຍ່​ເຊັ່ນ Visa, Master …” .

​   ໃນ​ພິທິດັ່ງກ່າວ, ທ່ານ ​ເວື​ອງ ດີງ ​ເຮ້ - ຫົວໜ້າຄະນະເສດຖະກິດສູນກາງ ສສ ຫວຽດນາມ ກາຍ​ເປັນ​ລູກ​ຄ້າ​ຜູ້​ທຳ​ອິດ​ທີ່​ປະຕິບັດ​ທຸລະ​ກຳ​ໄດ້​ຢ່າງ​ສຳ​ເລັດ​ຜ່ານ​ຕູ້ ATM ຂອງ LaoVietBank ​ໂດຍ​ການ​ນ​ຳ​ໃຊ້​ບັດ​ທີ່ BIDV ​ໄດ້​ຈຳໜ່າຍ​ໃຫ້.

ດວ້ຍຄ່າ​ທຳນຽມ​ພຽງ​ແຕ່ 1/6 ຂອງ​ຄ່າ​ທຳນຽມ​ໃນ​ການ​ຊ​ຳລະ​ດວ້ຍຮູ​ບ​ແບບການ​ໂອນ​ເງິນ​ສາກົນ​ຕາມ​ທຳນຽມ​ທົ່ວ​ໄປ ດັ່ງ​ນັ້ນ​ຕາມ​​ຄາດ​ຄະ​ເນການສຳ​ເລັດ​ເຊື່ອມ​ໂຍງລະ​ຫວ່າງ LaoVietBank ​ແລະ Banknet ຈະ​ສາມາດ​ປະຢັດ​ຄ່າ​ທຳນຽ​ມ​ໃນ​ການ​ໂອນ​ເງິນ​ຂອງ​ ກວ່າ 30 ລ້ານ​ລູກ​ຄ້າ​ຂອງ LaoVietBank ​ແລະ Banknet ​​ຄິດ​ເປັນ​​ມູນ​ຄ່າ​ຫລາຍ​ຕື້​ດົ່ງ.

   ການຜັນຂະຫຍາຍສຳເລັດລະບົບຊຳລະສະສາງບັດ ATM ລະຫວ່າງ LaoVietBank  ແລະ Banknetvn ເປັນຂີດໝາຍແຫ່ງການຮ່ວມມື, ການເຂົ້າຮ່ວມລະຫວ່າງລະບົບທະນາຄານສອງປະເທດ ສປປ ລາວ ແລະ ສສ ຫວຽດນາມ, ປະກອບສ່ວນເຂົ້າໃນການເ​ຊື່ອມ​ຕໍ່​ພື້ນຖານເສດຖະກິດ ແລະ ຊຸກຍູ້ ສາຍພົວ ພັນຮ່ວມມືເສດຖະກິດລະຫວ່າງສອງຊາດລາວ - ຫວຽດນາມ ໃຫ້ນັບມື້ນັບເຕີບໃຫຍ່ຂະຫຍາຍຕົວ.

   ຂໍ້ມູນລະອຽດກະລູນາຕິດ​ຕໍ່: ທະນາຄານຮ່ວມທຸລະກິດລາວ-ຫວຽດ​.