ວັນພະຫັດ, 25/04/2024

.

ທະນາຄານຮ່ວມທຸລະກິດລາວຫວຽດຈັດຊຸດຝຶກອົບຮົມ ໃນຫົວຂໍ້: “ການປ່ຽນແປງຮູບການຄຸ້ມຄອງ ແລະ ນຳພາ”

ໃນແຜນການພັດທະນາບຸກຄະລາກອນ, ທະນາຄານຮ່ວມທຸລະກິດລາວຫວຽດ (LaoVietBank) ໄດ້ປະສານງານກັບກຸ່ມບໍລິສັດທີ່ປຶກສາ ແລະ ຝຶກອົບຮົມ Toppion Group ເພື່ອຈັດຕັ້ງການຝຶກອົບ ຮົມໃນຫົວຂໍ້ “ການປ່ຽນແປງຮູບການຄຸ້ມຄອງ ແລະ ນຳພາ” ໃຫ້ກັບບັນດາພະນັກງານຄຸ້ມຄອງ ແລະ ພະນັກງານໃນແຜນທັງໝົດ ໃນທົ່ວລະບົບ.    

 (ໜຶ່ງໃນບັນດາກິດຈະກຳໃນການເຝິກອົບອົມ ທີ່ບັນດາຜູ້ເຂົ້າຮ່ວມອົບຮົມຕ້ອງໄດ້ປະຕິບັດ)                

         ໃນໄລຍະເວລາ 2 ວັນ, ວັນທີ 15-16/08/2015, ຢູ່ທີ່ນະຄອນຫຼວງວຽງຈັນ, ສປປ ລາວ, ທ່ານ ລວານ ວັນ ເຊີນ, ປະທານສະພາບໍລິຫານຂອງ TOPPION, ຜູ້ຊ່ຽວຊານທີ່ມີຊື່ສຽງ ຈາກຫວຽດນາມ ໃນການຝຶກອົບຮົມດ້ານບຸກຄະລາກອນ ແລະ ການເປັນຜູ້ນຳ ໄດ້ໃຫ້ກຽດເປັນຜູ້ສິດສອນ ໂດຍກົງ. ຊຸດຝຶກອົບຮົມໃນຄັ້ງນີ້, ລວມມີ: ບົດຮຽນກ່ຽວກັບ 06 ຮູບແບບລະດັບການເປັນຜູ້ນຳ ແລະ ບົດທົດລອງປະສົບການຕ່າງໆ ເຊິ່ງຈະຊ່ວຍໃຫ້ຜູ້ຝືກອົບຮົມສາມາດຂ້າມຜ່ານຂໍ້ຈຳກັດຂອງ ຕົນເອງ, ຊ່ວຍເສີມສ້າງ, ຄັດຈ້ອນສິ່ງຕ່າງໆທີ່ຈຳ ເປັນ ແລະ ຕ້ອງປະຕິບັດໃຫ້ໄດ້ໃນການເປັນຜູ້ນຳທີ່ແທ້ຈິງ.

ຜ່ານການຝຶກຮົມນີ້, ເຮັດໃຫ້ບັນດາພະນັກງານເກັບກຳໄດ້ບັນດາບົດຮຽນທີ່ເປັນປະໂຫຍດຢ່າງ ຫຼວງຫຼາຍໃນການປັບປຸງແນວທາງການເປັນຜູ້ນຳ, ສ້າງຄວາມແຂັ້ມ ແຂງ ແລະ ກໍ່ສ້າງວັດທະນະທຳ ຂອງອົງກອນ, ພັດທະນາເຄື່ອງໝາຍການຄ້າເພື່ອເຮັດໃຫ້ LaoVietBank ກາຍເປັນໜຶ່ງໃນບັນດາ ທະນາຄານແຖວໜ້າຢູ່ລາວ. ໂດຍພື້ນຖານ ເຕັກໂນໂລຊີທີ່ທັນສະໄໝ, ແຫຼ່ງເງິນທຶນຂະໜາດໃຫຍ່ ແລະ ເຄືອຄ່າຍການເຄື່ອນໄຫວທຸລະກິດທີ່ກ້ວາງຂວາງ, ຖັນແຖວບັນດາພະນັກງານເຊິ່ງເປັນພະນັກ ງານຂັ້ນນຳ ໃນທຸກລະດັບໄດ້ຜ່ານການຝຶກອົບຮົມຢ່າງຕໍ່ເນື່ອງ ແລະ ເປັນປະຈຳຈະນຳເອົາຄຸນຄ່ານິຍົມ ຫຼັກ ແລະ ຍືນຍົງໃຫ້ແກ່ LaoVietBank. ອີກດ້ານໜຶ່ງ, ການຝຶກອົບຮົມ ຍັງສ້າງແຮງຈູງໃຈ ໃນການປ່ຽນແປງພື້ນຖານຄຸນນະພາບຂອງແຫຼ່ງບຸກຄະລາກອນໃນອົງກອນອີກດ້ວຍ. ນັ້ນເຮັດໃຫ້ທັກ ສະໃນການແກ້ໄຂວຽກງານ, ທັກສະແກ້ໄຂສະຖາ ນະການຕ່າງໆຂອງພະນັກງານນັບມື້ນັບສູງຂຶ້ນ, ຕອບສະໜອງຜະລິດຕະພັນ ແລະ ການບໍລິການທີ່ດີທີ່ສຸດໃຫ້ແກ່ລູກຄ້າ.