ວັນສຸກ, 29/03/2024

.

ທະນາຮ່ວມທຸລະກິດລາວຫວຽດ (LAOVIETBANK) ເປີດໂຕນໍາໃຊ້ຄຸນລັກສະນະໃໝ່ QR PAY ໃນ SMATBANKING APP

ທະນາຮ່ວມທຸລະກິດລາວຫວຽດ (LAOVIETBANK) ເປີດໂຕນໍາໃຊ້ຄຸນລັກສະນະໃໝ່ QR PAY ໃນ SMATBANKING APP


ໃນວັນທີ 24/02/2018, LaoVietBank ໄດ້ມີການເປີດໂຕການນໍາໃຊ້ບໍລິການ QR PAY ທີ່ຢູ່ໃນ Smart Banking App. ລູກຄ້າທີ່ລົງທະບຽນນໍາໃຊ້ຜະລິດຕະພັນ LaoVietBank Digital Banking ສາມາດນໍາໃຊ້ຄຸນລັກສະນະການຊໍາລະສິນຄ້າຢູ່ບັນດາຮ້ານຄ້າທີ່ໄດ້ຕິດຕັ້ງລະຫັດ QR ຜ່ານຄຸນລັກສະນະ QR PAY ໄດ້ທັນທີດ້ວຍຄວາມສະດວກ, ປອດໄພ, ວ່ອງໄວ.

ລະຫັດ QR ຫຼື QR Code ແມ່ນຂຽນຫຍໍ້ມາຈາກ Quick response code (ລະຫັດຕອບສະໜອງໄວ) ເຊິ່ງແມ່ນລະຫັດບາໂຄດສະແດງໃນຮູບສັນຍາລັກສີ່ຫລ່ຽມທີ່ບັນຈຸບັນດາຂໍ້ມູນກ່ຽວກັບຜະລິດຕະພັນ/ບໍລິການ, ໃບບິນສິນຄ້າ, ສະຖານທີ...

 QR PAY ແມ່ນຄຸນລັກສະນະໃໝ່ທີ່ LaoVietBank ໄດ້ຜັນຂະຫຍາຍໃນ LaoVietBank Smart Banking App (Version 2.4.4 ຂື້ນໄປ), ລູກຄ້າພຽງແຕ່ສະແກນ App ລະຫັດ QR ຈາກຄັງຮູບພາບໃນອຸປະກອນມືຖື ຫຼື ຖ່າຍຮູບ QR ໂດຍກົງ ຫຼື ສະແກນລະຫັດ QR, ເຊິ່ງລະບົບຈະອັດຕະໂນມັດດຶງເອົາຂໍ້ມູນບັນຊີ/ສິນຄ້າ/ການບໍລິການທີ່ໄດ້ຕັ້ງຄ່າໃນລະຫັດ QR ເພື່ອທີ່ລູກຄ້າຈະປະຕິບັດການຢັ້ງຢືນຊໍາລະສິນຄ້າ ຫຼື ໂອນເງິນ.

ພຽງແຕ່ນໍາໃຊ້ຄຸນລັກສະນະ QR PAY ໃນ Smartbanking App, ບໍ່ວ່າຈະຢູ່ບ່ອນໃດ, ເຖິງຈະບໍ່ໄດ້ຖືກະເປົາມາ, ບໍ່ມີເງິນສົດ ຫຼື ບັດເອທີເອັມຂອງທະນາຄານ ລູກຄ້າກໍ່ສາມາດຊໍາລະຄ່າສິນຄ້າໄດ້ງ່າຍຯພຽງປະຕິການສະແກນ QR CORE ຜ່ານຄຸນລັກສະນະ QR PAY.

ການຊໍາລະ QR PAY ຂອງ LaoVietBank ໄດ້ມີການພັດທະນາອີງຕາມມາດຕະຖານສາກົນຂອງ EMVCo, ເຊິ່ງ EMVCo , ເຊິ່ງອະນຸຍາດໃຫ້ຫົວໜ່ວຍລາຍຍ່ອຍນໍາໃຊ້ລະຫັດ QR ພຽງໜຶ່ງດຽວເພື່ອຍອມຮັບການຊໍາລະຜ່ານແອັຟໃນໂທລະສັບມືຖືສະແກນລະຫັດ QR ມາດຕະຖານ EMVCo.

ເພື່ອເຂົ້ານໍາໃຊ້ QR PAY ລູກຄ້າພຽງແຕ່ລົງທະບຽນນໍາໃຊ້ບໍລິການ LaoVietBank Digital Banking, ລູກຄ້າກໍ່ຈະໄດ້ຮັບການບໍລິການທີ່ສະດວກສະບາຍ ເຊັ່ນ: QR PAY; ຄົ້ນຫາຂໍ້ມູນບັນຊີເງິນຝາກ, ເງິນກູ້; ໂອນເງິນພາຍໃນລະບົບ ແລະ ໄປທະນາຄານອື່ນ, ໂອນເປັນກຸ່ມ, ໂອນເປັນງວດ; ບໍລິການການຊໍາລະທີ່ທັນສະໄໝ ຊໍາລະໃບບິນ, ເຕີ້ມມູນຄ່າໂທ, ຊໍາລະເງິນເດືອນ, ຊໍາລະໃບບິນອັດຕະໂນມັດ, ຊໍາລະດ່ວນ; ບໍລິການຄົ້ນຫາຂໍ້ມູນບັດເອທີເອັມ, ເປີດນໍາໃຊ້/ລັອກບັດ, ລົງທະບຽນເປີດບັດ online; ບໍລິການເປີດ/ປິດບັນຊີເງິນຝາກອອນລາຍ; ຄົ້ນຫາຂໍ້ມູນອື່ນຂອງທະນາຄານເຊັ່ນ ອັດຕາດອກເບຍ, ອັດຕາແລກປ່ຽນ, ຈຸດທີ່ຕັ້ງ ATM/ສາຂາ; ລົງທະບຽນຜະລິດຕະພັນບໍລິການ, ຕັ້ງຕາຕະລາງນັດໝາຍ, ຮັບແຈ້ງການຈາກທະນາຄານ.

ຕໍ່ກັບບັນດາຄຸນລັກສະນະໃນ LaoVietBank Digital Banking, ລູກຄ້າສາມາດປະຕິບັດໄດ້ທຸກທີ, ທຸກເວລາຢ່າງວ່ອງໄວ, ປອດໄພ, ສະດວກຜ່ານອຸປະກອນດີຈີຕໍເຊັ່ນ ໂທລະສັບມືຖື, ຄອມພິວເຕີ, ແທັບເລັດ..

ຕໍ່ກັບການເປີດນໍາໃຊ້ LaoVietBank Digital Banking, LaoVietBank ພູມໃຈທີ່ໄດ້ເປັນໜຶ່ງທະນາຄານທີ່ບຸກເບີກໃນຕະຫຼາດຂອງລາວທີ່ສະໜອງຜະລິດຕະພັນ, ການບໍລິການທະນາຄານທັນສະໄໝ, ຜ່ານອຸປະກອນເຕັກໂນໂລຊີທີ່ທັນສະໄໝໃນໂລກຂອງເຕັກໂນໂລຊີ 4.0 ທີ່ກຳລັງພັດທະນາຢ່າງຕໍ່ເນື່ອງ.

QR PAY ຮູບແບບການຊໍາລະທີ່ສະດວກສະບາຍ, ທີ່ບໍ່ຈຳເປັນນໍາໃຊ້ເງິນສົດ.

 (ຕິດຕໍ່ສອບຖາມ ສາຂາ/ໜ່ວຍບໍລິການ LaoVietBank ທີ່ໃກ້ກັບທ່ານ ຫຼື ໂທສອບຖາມ 020 5 222 0 222 ຫຼື 1440 ຕໍ່ 800 ຫຼື website www.laovietbank.com.la)