ວັນພະຫັດ, 28/03/2024

.

ນັບແຕ່ວັນທີ 16/10/2017 LaoVietBank ໄດ້ເປີດບໍລິການຝາກເງິນ/ຖອນເງິນ ອອນລາຍຢ່າງເປັນທາງການ

ບໍລິການເງິນຝາກອອນລາຍ ແມ່ນການບບໍລິການໜຶ່ງທີ່ອະນຸຍາດໃຫ້ລູກຄ້າສາມາດປະຕິບັດທຸລະກຳຝາກເງິນ ແລະ ປິດບັນຊີເງິນຝາກອອນລາຍຜ່ານລະບົບ LaoVietBank Digital Banking ເຊິ່ງລູກຄ້າສາມາດເລືອກໄລະຍະເງິນຝາກຕາມໄລຍະທີ່ໄດ້ຮັບການອະນຸມັດໃນລະບົບ

 

  • ເປົ້້າໝາຍນຳໃຊ້ບໍລິການ: ລູກຄ້າບຸກຄົນຂອງ.
  • ໄລຍະການຝາກ: ແຕ່ 01 ເດືອນ ຫາ 13 ເດືອນ, 15 ເດືອນ, 18 ເດືອນ, 24 ເດືອນ.
  • ສະກຸນເງິນນຳໃຊ້: LAK, USD, THB
  • ດອກເບ້ຍ: ຈະສະແດງໃນຣ້າຕາງໃນຊວງໄລຍະເວລາຝາກທຽບເທົ່າກັບແຕ່ລະໄລຍະຝາກທີ່ທ່ານເລືອກ.
  • ຮູບແບບການຈ່າຍດອກເບ້ຍ: ດອກເບ້ຍທ້າຍງວດ
  • ຮູບແບບການໝູນຮອບ: ດອກເບ້ຍບວກກັບຕົ້ນທຶນ ຫຼື ດອກເບ້ຍໂອນເຂົ້າບັນຊີ CASA.

  • ວົງເງິນທຸລະກຳ:
  • ຈຳນວນເງິນຕໍ່າສຸດ: Min 500,000 LAK; 2,000 THB; 100 USD
  • ຈຳນວນເງິນສູງສຸດ: Max 300,000,000 LAK; 1,200,000 THB; 35,000 USD
  • ຄ່າທຳນຽມຖອນກ່ອນກຳນົດ: 50,000 LAK, 5 USD, 200 THB
  • ປິດກ່ອນກຳນົດ: ແມ່ນໄດ້ຮັບດອກເບ້ຍຝາກປະຫຍັດ
  • ຊ່ອງທາງການຝາກເງິນ: ຜ່ານ LaoVietBank Digital Banking (Internet Banking ແລະMobile Banking).
  • ຜົນປະໂຫຍດຂອງການບໍລິການ: ລູກຄ້າສາມາດປະຕິບັດທຸລະກຳເງິນຝາກເຊິ່ງລູກຄ້າບໍ່ຈຳເປັນຕ້ອງເຂົ້າມາທະນາຄານ.
  • ຜົນປະໂຫຍດທີ່ລູກຄ້າໄດ້ຮັບໃນເວລາໃຊ້ບໍລິການ:

-  ທຸລະກຳອອນລາຍ, ສະດວກງ່າຍດາຍ;
-  ລູກຄ້າສາມາດຖອນ ຫຼື ປິດກ່ອນກຳນົດໄດ້ຜ່ານລະບົບ LaoVietBank Digital Banking (Internet Banking ແລະ Mobile Banking) ຫຼື ຢູ່ທຸກໜ່ວຍບໍລິການຂອງ LaoVietBank;
-  ມີຫຼາກຫຼາຍໄລຍະການຝາກ, ສະກຸນເງິນຝາກ;
-  ໄດ້ຮັບດອກເບ້ຍທີ່ເໝາະສົມ (
ທີ່ນີ້) ;
-  ໄດ້ຮັບການປະກັນໄພເງິນຝາກ;
-  ລູກຄ້າສາມາດນຳໃຊ້ຍອດບັນຊີເງິນຝາກມີກຳນັດອອນລາຍເພື່ອມາເປັນຫຼັກຊັບຄໍ້າປະກັນ, ຄໍ້າປະກັນເງິນກູ້ຢູ່ LaoVietBank;

  • ໄລຍະເວລາເລີ່ມຜັນຂະຫຍາຍ: 16/10/2017
  • ແນະນຳການປະຕິບັດທຸລະກຳ: (ທີ່ນີ້)