ວັນພະຫັດ, 18/04/2024

.

ປະໂຫຍດຂອງລູກຄ້າທີ່ໄດ້ຮັບ ຈາກການໃຊ້ບໍລິການໂອນເງິນຂ້າມທະນາຄານຜ່ານຕູ້ ATM

ລູກຄ້າທີ່ໜ້າຮັກທຸກຄົນ ທ່ານອາດເຄີຍໃຊ້ບໍລິການຜະລິດຕະພັນຕ່າງໆຂອງທະນາຄານຮ່ວມທຸລະກິດລາວຫວຽດມາຫຼາຍແລ້ວ, ແຕ່ສໍາລັບບໍລິການໂອນເງິນຂ້າມທະນາຄານຜ່ານຕູ້ ATM ຫຼື ເອີ້ນວ່າ: ແລັບເນັດ (LAPNET) ກໍ່ເປັນອີກໜຶ່ງບໍລິການຂອງພວກເຮົາ ເພື່ອມອບຄວາມສະດວກສະບາຍໃຫ້ລູກຄ້າໃນການຊໍາລະສະສາງເມື່ອຕ້ອງການໂອນເງິນຈາກທະນາຄານຮ່ວມທຸລະກິດລາວຫວຽດໄປຫາທະນາຄານອື່ນ ໂດຍມີຄ່າບໍລິການທີ່ແສນຖຶກທີ່ສຸດ ໂດຍສະເພາະແມ່ນ 8 ທະນາຄານທຸລະກິດ ທີ່ເຂົ້າຮ່ວມເປັນສະມາຊິກຂອງ LAPNET.

ສໍາລັບລາຍລະອຽດຂອງບໍລິການໂອນເງິນຂ້າມທະນາຄານຜ່ານຕູ້ເອທີເອັມ ປະກອບມີດັ່ງນີ້:

1). ຜູ້ຖືບັດເອທີເອັມຂອງທະນາຄານຮ່ວມທຸລະກິດລາວຫວຽດ ສາມາດໂອນເງິນພາຍໃນ ຫຼື ໂອນເຂົ້າບັນຊີບັດທະນາຄານທີ່ເປັນສະມາຊິກຂອງ LapNet ໃນຕູ້ເອທີເອັມ ຂອງທະນາຄານຮ່ວມທຸລະກິດລາວຫວຽດ ຫຼື ໃນຕູ້ເອທີເອັມຂອງສະມາຊິກ LapNet;

2). ຕູ້ເອທີເອັມ ຂອງທະນາຄານຮ່ວມທຸລະກິດລາວຫວຽດ ສາມາດຮັບ ແລະ ຊ່ວຍບັນດາເຈົ້າຂອງບັດທະນາຄານສະມາຊິກ LapNet ໃນການໂອນເງິນເຂົ້າບັນຊີບັດຂອງທະນາຄານທີ່ເປັນສະມາຊິກຂອງ LapNet ໄດ້ເຊັ່ນກັນ.

ຄຽງຄູ່ກັນນັ້ນ, ວົງເງິນທີ່ລູກຄ້າສາມາດເຮັດທຸລະກໍາໄດ້ໃນວົງເງິນໂອນສູງສຸດ 10 ລ້ານກີບ/ຄັ້ງ. ສ່ວນວົງເງິນ ໂອນສູງສຸດຕໍ່ມື້ ແມ່ນຂຶ້ນກັບວົງເງິນທຸລະກຳຂອງບັດ ( ບັດທຳມະດາ, ບັດ Platinum, ບັດ Avatar ແລະ ບັດເຊື່ອມໂຍງ).

ຂະນະດຽວກັນ, ສິ່ງທີ່ລູກຄ້າສົນໃຈຫຼາຍທີ່ສຸດແມ່ນຄ່າບໍລິການໂອນເງິນ ເຊິ່ງທະນາຄານຮ່ວມທຸລະກິດລາວຫວຽດ ກໍ່ໄດ້ກໍານົດວົງເງິນເຮັດທຸລະກຳໃນແຕ່ລະຄັ້ງ ເຊິ່ງລາຍລະອຽດດັ່ງລຸ່ມນີ້:

1.        ວົງເງິນເຮັດທຸລະກໍາ ເລີ່ມແຕ່ 1.000 – 1.500.000 ກີບ ຈະມີຄ່າບໍລິການ 1.000 ກີບ/ຄັ້ງ;

2.       ວົງເງິນເຮັດທຸລະກໍາ ເລີ່ມແຕ່ 1.500.001 ກີບ – 3.000.000 ກີບ ຈະມີຄ່າບໍລິການ 2.000 ກີບ/ຄັ້ງ;

3.       ວົງເງິນເຮັດທຸລະກໍາ ເລີ່ມແຕ່ 3.000.001 ກີບ – 5.000.000 ກີບ ຈະມີຄ່າບໍລິການ 3.500 ກີບ/ຄັ້ງ;

4.       ວົງເງິນເຮັດທຸລະກໍາ ເລີ່ມແຕ່ 5.000.001 ກີບ – 10.000.000 ກີບ ຈະມີຄ່າບໍລິການ 10.000 ກີບ/ຄັ້ງ.

ມາຮອດປັດຈຸບັນ 08 ທະນາຄານທີ່ເຂົ້າຮ່ວມເປັນສະມາຊິກຂອງ LAPNet ທີ່ສາມາດໂອນເງິນຜ່ານຕູ້ ATM ຫາກັນໄດ້, ລາຍຊື່ຂອງແຕ່ລະທະນາຄານມີດັ່ງນີ້: ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ, ທະນາຄານຮ່ວມທຸລະກິດລາວຫວຽດ, ທະນາຄານພັດທະນາລາວ, ທະນາຄານສົ່ງເສີມກະສິກຳ, ທະນາຄານຮ່ວມພັດທະນາ, ທະນາຄານ ເອັສທີ ຈຳກັດ, ທະນາຄານ ມາຣູຣານ ເຈແປນລາວ ແລະ ທະນາຄານ ບີໄອຊີ ລາວ ຈຳກັດ.

-----------------------------------------

ທະນາຄານຮ່ວມທຸລະກິດລາວຫວຽດ

⦅ຂົວຕໍ່ແຫ່ງຜົນສໍາເລັດ⦆

Hotline: 1440

LaoVietBank

www.laovietbank.com.la