ວັນສຸກ, 19/04/2024

.

ພິທີມອບລາງວັນຄັ້ງທີ 2 ລາຍການເງິນຝາກລຸ້ນຊັບຮັບໂຊກ ປີ 2018

ໃນຕອນເຊົ້າວັນທີ 20/02/2019, ຢູ່ທີ່ສຳນັກງານໃຫຍ່ ທະນາຄານຮ່ວມທຸລະກິດລາວຫວຽດ ອາຄານເລກທີ 44 ຖະໜົນລ້ານຊ້າງ, ບ້ານຫັດສະດີ, ເມືອງຈັນທະບູລີ ໄດ້ຈັດພິທີມອບລາງວັນຄັ້ງທີ 2 ລາຍການ “ເງິນຝາກລຸ້ນຊັບຮັບໂຊກປີ 2018” ຂຶ້ນ ໂດຍການເຂົ້າຮ່ວມພິທີລວມມີ: ຕາງໜ້າທະນາຄານແຫ່ງ ສປປ ລາວ ພ້ອມດ້ວຍ ບັນດາສື່ມວນຊົນ, ລູກຄ້າຜູ້ຖືກລາງວັນ, ບັນດາຄະນະນຳ ແລະ ພະນັກງານທະນາຄານຮ່ວມທຸລະກິດລາວຫວຽດ.

ການມອບລາງວັນຄັ້ງທີ 2 ເງິນຝາກລຸ້ນຊັບຮັບໂຊກ ປີ 2018 ນີ້ ລວມມີ 16 ລາງວັນ. ໃນນັ້ນ, ມູນຄ່າລາງວັນສູງທີ່ສຸດໃນຄັ້ງນີ້ແມ່ນ ລົດໃຫຍ່ ໂຕໂຢຕ້າ ອໍນິວ ຢາລິສ ຈຳນວນ 1 ລາງວັນ ມູນຄ່າເກືອບ 200 ລ້ານກີບ ເຊິ່ງເປັນຂອງລູກຄ້າຜູ້ໂຊກດີ ທີ່ມີຕົວເລກຊິງລາງວັນເງິນຝາກແມ່ນ AH311223 ເຊິ່ງເຈົ້າຂອງຕົວເລກ ໂຊກດີແມ່ນ ທ່ານ ນາລີ ພົງປະດິດ ແລະ ຍັງມີລາງວັນອື່ນໆ ອີກທີ່ມອບໃຫ້ລູກຄ້າ ຄື:  

- ລາງວັນທີ 2 ມີ 2 ລາງວັນ - ລົດຈັກ Honda wave 110 i

- ລາງວັນທີ 3 ມີ 3 ລາງວັນ - ໂທລະສັບ IPhone X

- ລາງວັນທີ 4 ມີ 10 ລາງວັນ -  ສາຍຄໍຄໍາໜັກ 2 ສະຫຼຶງ.

ລູກຄ້າທີ່ພາດໂອກາດໃນຄັ້ງທີ 1 ແລະ ຄັ້ງທີ 2 ກໍ່ບໍ່ຕ້ອງເສຍໃຈທ່ານຍັງຈະມີໂອກາດລຸ້ນລາງວັນໃຫຍ່ໃນເດືອນ 06/2019 ພ້ອມກັບຂອງລາງວັນໃນຄັ້ງທີ 3 ທີ່ໃຫຍ່ກວ່ເກົ່າເຊັ່ນ: ລົດໃຫຍ່ Toyota All New Fortunner, ລົດຈັກ máy Honda Click I, ໂທລະສັບມືຖື Iphone X, ຈັກຊັກເຄື່ອງ Sumsung 7kg ແລະ ຄໍາໜັກ 2 ສະຫຼຶງ.    ທະນາຄານຮ່ວມທຸລະກິດລາວ ຫວຽດ ຫວັງຢ່າງຍິ່ງວ່າຈະໄດ້ຮັບການສະໜັບສະໜູນຈາກບັນດາລູກຄ້າ ຫຼາຍຂຶ້ນຕື່ມໃນຕໍ່ໜ້າ.