ພິທີມອບລາງວັນລາຍການເງິນຝາກລຸ້ນຊັບຮັບໂຊກ ປີ 2017
ພິທີມອບລາງວັນລາຍການເງິນຝາກລຸ້ນຊັບຮັບໂຊກ ປີ 2017
ໃນຕອນເຊົ້າວັນທີ 15/03/2018, ຢູ່ທີ່ສຳນັກງານໃຫຍ່ ທະນາຄານຮ່ວມທຸລະກິດລາວຫວຽດ ອາຄານເລກທີ 44 ຖະໜົນລ້ານຊ້າງ, ບ້ານຫັດສະດີ, ເມືອງຈັນທະບູລີ ໄດ້ຈັດພິທີມອບລາງວັນລາຍການ “ເງິນຝາກລຸ້ນຊັບຮັບໂຊກປີ 2017” ຂຶ້ນ ໂດຍການເຂົ້າຮ່ວມພິທີລວມມີ: ຕາງໜ້າພະແນກການເງິນ, ພະແນກອຸດສາຫະກຳ ແລະ ການຄ້າ, ພະແນກຍຸດຕິທຳ, ປກສ ເມືອງຈັນທະບູລີ ພ້ອມດ້ວຍ ບັນດາສື່ມວນຊົນ, ລູກຄ້າຜູ້ຖືກລາງວັນ ແລະ ບັນດາ ຄະນະນຳ, ພະນັກງານທະນາຄານຮ່ວມທຸລະກິດລາວຫວຽດ.
ການມອບລາງວັນ ເງິນຝາກລຸ້ນຊັບຮັບໂຊກ ປີ 2017 ນີ້ ລວມມີ 21 ລາງວັນ. ໃນນັ້ນ, ມູນຄ່າລາງວັນສູງທີ່ສຸດໃນຄັ້ງນີ້ແມ່ນ ລົດໃຫຍ່ ໂຕໂຢຕ້າ ຟໍຈູນເນີ້ ຈຳນວນ 1 ລາງວັນ ມູນຄ່າຫຼາຍກວ່າ 400 ລ້ານກີບ ເຊິ່ງເປັນຂອງລູກຄ້າຜູ້ໂຊກດີ ທີ່ມີຕົວເລກຊີງລາງວັນເງິນຝາກແມ່ນ AF177659 ເຊິ່ງເຈົ້າຂອງຕົວເລກໂຊກດີແມ່ນ ທ່ານ ນ ບົວຈີນ ແກ້ວພິລາ ແລະ ຍັງມີລາງວັນອື່ນໆ ອີກທີ່ມອບໃຫ້ລູກຄ້າ ຄື:
- ລາງວັນທີ 2 ມີ 2 ລາງວັນ - ໂທລະພາບສີ 75 ນິ້ວ
- ລາງວັນທີ 3 ມີ 3 ລາງວັນ - ລົດຈັກ Honda wave 110 i
- ລາງວັນທີ 4 ມີ 5 ລາງວັນ - ຈັກຊັກເຄື່ອງ.
- ລາງວັນທີ 5 ມີ 10 ລາງວັນ - ສາຍຄໍຄໍາໜັກ 2 ສະຫຼຶງ..
ເພື່ອຕອບສະໜອງຄວາມຕ້ອງການ, ການສະໜັບສະໜູນ ຈາກບັນດາລູກຄ້າຂອງ ທລວ ໃນປີ 2017 ນີ້ ທາງ ທລວ ກໍ່ຈະສືບຕໍ່ຜັນຂະຫຍາຍບັນດາລາຍການສົມມະນາຄຸນລູກຄ້າອີກຫຼາຍໆລາຍການ. ທະນາຄານຮ່ວມທຸລະກິດລາວ ຫວຽດ ຫວັງຢ່າງຍິ່ງວ່າຈະໄດ້ຮັບການສະໜັບສະໜູນຈາກບັນດາລູກຄ້າ ຫຼາຍຂຶ້ນຕື່ມໃນຕໍ່ໜ້າ.