ວັນພະຫັດ, 25/04/2024

.

ພິທີເປີດໜ່ວຍບໍລິການ ດອນໜູນ (ວັນທີ 04/05/2015)

ວັນ​ທີ 04/05/2015, ຢູ່ທີ່ນະຄອນຫລວງວຽງຈັນ, ສປປ ລາວ, ທະນາຄານຮ່ວມທຸລະກິດ ລາວຫວຽດ (LaoVietBank) ໄດ້ຈັດພິທີຕັດ libin ເປີດໜ່ວຍບໍລິການດ​ອນ​ໜູນ ແລະ ນໍາເອົາ ໜ່ວຍບໍລິການດ​ອນ​ໜູນເຂົ້າສູ່ການເຄື່ອນໄຫວຢ່າງເປັນທາງການ.

ເຂົ້າ​ຮ່ວມ ແລະ ເປັນ​ສັກ​ຂີ​ພິ​ຍານ​ໃນ​ພິ​ທີ​ມີ ທ່ານ ເຈີ້ນ ບ້າວ ຫຍ່າມ – ທູດກ​ານ​ຄ້າ ສ​ສ ຫວຽດ​ນາມ ປະ​ຈຳ​ລາວ; ທ່ານ ພັນ​ຊະ​ນະ ຄູນ​ນຸ​ວົງ - ຮອງ​ຜູ້​ອຳ​ນວຍ​ການໃຫຍ່ BCEL, ຮອງ​ປະ​ທານ​ສະ​ພາ​ບໍ​ລິ​ຫານ LaoVietBank; ທ່ານ ຈັນທະລາ ອີນທະລັງສີ ເຈົ້າເມືອງ ເມືອງໄຊທານີ, ອຳ​ນາດ​ການ​ປົກ​ຄອງ​ທ້ອງ​ຖີ່ນເມືອງ​ໄຊ​ທາ​ນີ, ບ້​ານດອນ​ໜູນ ພ້ອມ​ດ້ວຍ​ບັນ​ດາ​ລູ​ກ​ຄ້າ, ຄູ່​ຮ່ວມ​ທຸ​ລະ​ກິດ​ຂອງ LaoVietBank ຢູ່​ລາວ.

(ທ່ານ ບົວວັນ ສີມາລີວົງ-ຮອງຜູ້ອຳນວຍການ ທລວ ກ່າວຄຳປາໄສໃນງານ)

ກ່າວ​ປາ​ໄສ​ໃນ​ພິ​ທີ, ທ່ານ ບົວ​ວັນ ສີ​ມາ​ລີ​ວົງ – ຮອງ​ຜູ້​ອຳ​ນວຍ​ການ​ໃຫຍ່ LaoVietBank ໃຫ້​ຮູ້: “LaoVietBank ສ້າງຕັ້ງຂຶ້ນແຕ່ເດືອນ 06 ປີ 1999, ຜ່ານພົ້ນ 15 ປີແຫ່ງການກໍ່ຕັ້ງ ແລະ ຂະຫຍາຍຕົວ, LaoVietBank ໄດ້ກາຍເປັນທະນາຄານທຸລະກິດໜຶ່ງທີ່ນອນຢູ່ໃນແຖວໜ້າຢູ່ ສປປ ລາວ ໂດຍ​ມີຍອດຊັບສີນທັງໝົດບັນລຸຫລາຍ​ກ່​ວາ​ 700 ລ້ານໂດລາສະຫະລັດ, ລວມຍອດໜີ້ສິນ​ເຊື່ອບັນລຸ 512 ລ້ານໂດລາສະຫະລັດ, ລະດົມທຶນບັນລຸເກືອບ 600 ລ້ານໂດລາສະຫະລັດ”, ຕາ​ໜ່າງ​ການ​ເຄື່ອນ​ໄຫວ​ນັບ​ມື້​ໄດ້​ຮັບ​ການ​ເປີ​ດ​ກ້​ວາງຢູ່​ບັນ​ດາ​ແຂ​ວງ​ຂອງ​ລ​າວ.

(ພິທີມອບຂໍ້ຕົກລົງສ້າງຕັ້ງໜ່ວຍບໍລິການດອນໜູນ)

ຫ່າງ​ຈາກນີ້ປະ​ມານ 02 ເດືອ​ນ LaoVietBank ກໍ່​ໄດ້​ເປີດ​ນຳ​ໃຊ້ ແລະ ເຄື່ອນ​ໄຫວ​ໜ່ວຍ​ບໍ​ລິ​ການ ໂດງ​ດົກ ແລະ ໃນ​ມື້ນີ້ LaoVietBank ສືບ​ຕໍ່​ເປີດ​ນຳ​ໃຊ້ ແລະ ເຄື່ອນ​ໄຫ​ວ​ຢ່າງ​ເປັນ​ທາງ​ການ ໜ່ວຍ​ບໍ​ລິ​ການ ດອນ​ໜູນ. ດັ່ງ​ນັ້ນ, ມາ​ຮອດ​ປະ​ຈຸ​ບັນ LaoVietBank ມີ 06 ສາ​ຂາ ແລ​ະ 08 ໜ່ວຍ​ບໍ​ລິ​ການ, ເຄື່ອນ​ໄຫວ​ຢູ່ 08 ແຂວງ​ໃນ​ທົ່ວ​ປະ​ເທດ, ປະ​ຈຳ​ຢູ່​ບັນ​ດາ​ຂົງ​ເຂດ​ຈຸດ​ສຸມ​ເສດ​ຖະ​ກິດເຊັ່ນ: ນະ​ຄອນ​ຫລວງວຽງ​ຈັນ, ແຂວງ​ຈຳ​ປາ​ສັກ, ຫລວງ​ພະ​ບາງ, ສະ​ຫວັນ​ນະ​ເຂດ, ຊຽງ​ຂວາງ, ອັດ​ຕະ​ປື, ຄຳ​ມ່ວນ ແລະ ແຂວງ​ອຸ​ດົມ​ໄຊ. ສະ​ເພາ​ະ​ໃນ​ນະ​ຄອນ​ຫລວງວຽງ​ຈັນ, LaoVietBank ມີ 01 ສຳ​ນັກ​ງານ​ໃຫຍ່, 05 ໜ່ວຍ​ບໍ​ລິ​ການ. ທິດ​ທາງ​ແຜນ​ຍຸດ​ທະ​ສາດໃນ​ການ​ຂະ​ຫຍາຍ​ຕົວ​ໄລ​ຍະ​ປີ 2013 – 2017, LaoVietBank ຈະສືບຕໍ່ເປີດສາຂາ/ໜ່ວຍບໍລິການໃໝ່ ໃນທົ່ວປະເທດ ປະກອບສ່ວນສະ ໜອງບັນດາຜະລິດຕະພັນ, ການບໍລິການທະນາຄານທີ່ສະດວກສະບາຍ, ວ່ອງໄວ ແລະ ທັນໃຈ.

(ພິທີຕັດແຖບຜ້າເປີດໜ່ວຍບໍລິການດອນໜູນ)

ໜ່ວຍ​ບໍ​ລິ​ການດອນ​ໜູນ​ເມື່ອ​ເຂົ້າ​ສູ່ກ​ານເຄື່ອນ​ໄຫວຈະ​ນຳ​ເອົາ​ຄວ​າມ​ສະ​ດວກ​ສະ​ບາຍໃນ​ການ​ເຂົ້າ​ຫາ ແລະ ຊົມ​ໃຊ້​ບັນ​ດາ​ຜ​ະ​ລິດ​ຕະ​ພັນ​ການ​ບໍ​ລິ​ການ​ທະ​ນາ​ຄານ​ທີ່​ທັນ​ສະ​ໄຫມຂອງ LaoVietBank ມາ​ໃຫ້​ພໍ່​ແມ່​ປະ​ຊາ​ຊົນ ແລະ ບັນ​ດາ​ວິ​ສາ​ຫະ​ກິດ ຢູ່​ຂົງເຂດດອນ​ໜູນ ເວົ້​າ​ສະ​ເພາະ, ໃນ​ນະ​ຄອນ​ຫລວງວ​ຽງ​ຈັນ ແລະ ບັນ​ດາ​ຂົງ​ເຂດ​ໃກ້​ຄຽງ​ເວົ້​າ​ລວ​ມ.
ພ້ອ​ມ​ກັນ​ນັ້ນ​, ການ​ເປີດ​ໜ່ວຍ​ບໍ​ລິ​ການ ດອນ​ໜູນ ໄດ້ເປັນຂິດໝາຍແຫ່ງບາດກ້າວຂະຫຍາຍ ຕົວທາງດ້ານຕາງໜ່າງການເຄື່ອນໄຫວ, ບັນຫານີ້ໄດ້ສືບຕໍ່ສະແດງເຖິງຄຳໝັ້ນສັນຍາ ຂອງ LaoVietBank ໃນການເປີດກວ້າງການສະໜອງບັນດາຜະລິດຕະພັນບໍລິການດ້ານການເງິນ, ການທະ ນາຄານໃຫ້ແກ່ສະມາຄົມນັກລົງທຶນ ແລະ ພໍ່ແມ່ປະຊາຊົນຢູ່ລາວ.