ວັນພະຫັດ, 25/04/2024

.

ສະຫາຍ ຫງວຽນ ທິ ໂຮ່ງ - ຮອງຜູ້ວ່າການ ທະນາຄານ ແຫ່ງ ສສ ຫວຽດນາມ ມາຢ້ຽມຢາມ ແລະ ເຮັດວຽກກັບ ທະນາຄານຮ່ວມທຸລະກິດລາວຫວຽດ

ສະຫາຍ ຫງວຽນ ທິ ໂຮ່ງ - ຮອງຜູ້ວ່າການ ທະນາຄານ ແຫ່ງ ສສ ຫວຽດນາມ ມາຢ້ຽມຢາມ ແລະ ເຮັດວຽກກັບ ທະນາຄານຮ່ວມທຸລະກິດລາວຫວຽດ

ໃນວັນທີ 23 ພະຈິກ 2018, ສະຫາຍ ຫງວຽນ ທິ ໂຮ່ງ - ຮອງຜູ້ວ່າການ ທະນາຄານ ແຫ່ງ ສສ ຫວຽດນາມ ພ້ອມດ້ວຍຄະນະ ໄດ້ມາຢ້ຽມຢາມ ແລະ ເຮັດວຽກ ກັບຄະນະນໍາ ແລະ ພະນັກງານ ຂອງທະນາຄານ ຮ່ວມທຸລະກິດລາວຫວຽດ (LaoVietBank).

            ຕາງໜ້າໃຫ້ຄະນະບໍລິຫານ LaoVietBank, ສະຫາຍ ຫງວຽນ ວັນ ບິງ - ສະມາຊິກສະພາບໍລິຫານ, ຜູ້ອໍານວຍການໃຫຍ່ LaoVietBank ຂໍສະແດງຄວາມຂອບໃຈຢ່່າງເລິກເຊິ່ງເຖິງຄວາມເອົາໃຈໃສ່, ກຳລັງໃຈ ຂອງ ທະນາຄານ ແຫ່ງ ສສ ຫວຽດນາມ ທີ່ມີຕໍ່ກັບ LaoVietBank ກໍ່ຄືບັນດາທະນາຄານຫວຽດນາມ ທີ່ກໍາລັງ ເຄື່ອນໄຫວທຸລະກິດຢູ່ ສປປ ລາວ. ສະຫາຍ ຫງວຽນ ວັນ ບິງ ໄດ້ລາຍງານໂດຍຫຍໍ້ເຖິງປະຫວັດຄວາມເປັນມາ ແລະ ໝາກຜົນການເຄື່ອນໄຫວທຸລະກິດຂອງ LaoVietBank ໃນປີ2018. ໃນປີ2018, ຕໍ່ກັບສະພາບ ເສດຖະກິດມະຫາພາກລວມຂອງ ສປປ ລາວ, LaoVietBank ໄດ້ພະຍາຍາມປະຕິບັດບັນດາວຽກງານທີ່ໄດ້ ຮັບມອບໝາຍໃຫ້ປະສົບຜົນສໍາເລັດ, ຮັກສາຕໍາແໜ່ງທີສາມກ່ຽວກັບຂະໜາດຊັບສົມບັດ, ທີ່ສອງກ່ຽວກັບ ຍອດໜີ້ສິນເຊື່ອ ແລະ ການລະດົມທຶນ. ໃນເວລາດຽວກັນ, LaoVietBank ໄດ້ຕິດຕາມຢ່າງໃກ້ຊິດ ແລະ ປະຕິບັດບັນດາທິດຊີ້ນໍາ ໃນການບໍລິຫານຂອງ ທະນາຄານ ແຫງ ສປປ ລາວ, ປະຕິບັດຕາມລະບຽບກົດໝາຍຂອງ ສ ປປ ລາວ ຢ່າງເຄັ່ງຄັດ. ປະຕິບັດຢ່າງເຂັ້ມງວດບັນດາ ນະໂຍບາຍການເງິນຂອງ ສປປ ລາວ ແລະ ລັດຖະບານ ລາວ.

ທ່ານຮອງຜູ້ວ່າການ ຫງວຽນ ທິ ໂຮ່ງ ຮັບຮູ້ເຖິງໝາກຜົນທີ່ຍາດມາໄດ້ຂອງ LaoVietBank ແລະ ມີ ຄວາມຍິນດີທີ່ໄດ້ມາຢ້ຽມຢາມ LaoVietBank. ທະນາຄານ ແຫ່ງ ສສ ຫວຽດນາມ ແລະ ທະນາຄານ ແຫ່ງ ສປປ ລາວ ຍາມໃດກໍ່ມີນະໂຍບາຍເພີ່ມທະວີການຮ່ວມມືແລກປ່ຽນ ແລະ ເອົາໃຈໃສ່ເຖິງການເຄື່ອນໄຫວ ຂອງບັນດາ ທະນາຄານຫວຽດນາມຢູ່ ສປປ ລາວ.  ທ່ານຮອງຜູ້ວ່າການ ຫງວຽນ ທິ ໂຮ່ງ ອວຍພອນໃຫ້ບັນດາຄະນະນໍາ, ພະນັກງານ ພະຍາຍາມ ແລະ ສຸມໃສ່ປະຕິບັດບັນດາໜ້າທີ່ທີ່ສໍາຄັກໃນປີ 2018 ໃຫ້ໄດ້ຮັບຜົນສໍາເລັດ.

ເພື່ອສະແດງຄວາມຮູ້ບຸນຄຸນຕໍ່ກັບການເອົາໃຈໃສ່ຂອງ ທ່ານຮອງຜູ້ວ່າການ ຫງວຽນ ທິ ໂຮ່ງ ທີ່ມີໃຫ້ກັບ LaoVietBank, ສະຫາຍ ເຈິ່ນ ເຟືອງ - ຮອງອຳນວຍການໃຫຍ່ BIDV ໄດ້ຕາງໜ້າສອງທະນາຄານແມ່ BIDV, BCEL ແລະ LaoVietBank, ບັນດາຕົວແທນການຄ້າ BIDV ຢູ່ ສປປ ລາວ ຂໍສະແດງຄວາມຂອບໃຈມາຍັງ ທ່ານຮອງຜູ້ວ່າການ ຫງວຽນ ທິ ໂຮ່ງ ພ້ອມດ້ວຍຄະນະ ທະນາຄານ ແຫ່ງ ສສ ຫວຽດນາມ ທີ່ໄດ້ເອົາໃຈໃສ່ ແລະ ສະໜັບສະໜູນ LaoVietBank ຕະຫຼອດໄລຍະທີ່ຜ່ານມາ. ສິ່ງເຫຼົ່ານີ້ເປັນການໃຫ້ກໍາລັງໃຈ, ກໍາລັງແຮງ ໃຫ້ແກ່ LaoVietBank ມີຄວາມສູ້ຊົນ, ພະຍາຍາມໃນການປະຕິບັດໜ້າທີ່ ກໍ່ຄືການເຄື່ອນໄຫວທຸລະກິດຢູ່ ສປປ ລາວ.