ວັນພະຫັດ, 25/04/2024

.

ເປີດໃຊ້ບໍລິການເຄື່ອງຝາກເງິນແບບອັດຕະໂນມັດ (ADM)

ນັບແຕ່ວັນທີ 17/06/2020, LaoVietBank ໄດ້ເປີດໃຫ້ບໍລິການຕູ້ເຮັດທຸລະກຳຝາກ, ແລກປ່ຽນເງິນໂດຍອັດຕະໂນມັດ (Automated Deposit Machine – ADM).

ຕູ້ ADM ຂອງ LaoVietBank ໄດ້ຖືກຕິດຕັ້ງອຸປະກອນທີ່ເປັນລະບົບຕູ້ເຮັດທຸລະກຳແບບອັດຕະໂນມັດເພື່ອຊ່ວຍໃຫ້ລູກຄ້າສາມາດເຮັດທຸລະກຳໄດ້ຕະຫຼອດ 24 ຊົ່ວໂມງ ເພື່ອສາມາດຕອບສະໜອງໄດ້ຄວາມຕ້ອງການກ່ຽວກັບ ການບໍລິການສ່ວນຕົວ:

  • ຖອນເງິນດ້ວຍບັດ, ບໍ່ນຳໃຊ້ບັດ (ບັນຊີ) - ກີບ
  • ມອບເງິນດ້ວຍບັດ, ບໍ່ນຳໃຊ້ບັດເຂົ້າບັນຊີເງິນກີບ, ເງິນຕາຕ່າງປະເທດ - ກີບ, ໂດລາ, ບາດ, ດົງ,...
  • ແລກປ່ຽນເງິນຕາ ໂດລາ, ບາດ, ດົງ,...: ຕູ້ຈະຈ່າຍເປັນສະກຸນເງິນກີບ ຫຼື ມອບເຂົ້າບັນຊີເງິນກີບຂອງລູກຄ້າທີ່ ເປີຢູ່ LaoVietBank.
  • ຊຳລະໃບບິນ, ມອບເງິນຊຳລະຄ່າບໍລິການຜ່ານບັນຊີ ຫຼື ເງິນສົດ

ໃນໄລຍະເວລາໄກ້ໆນີ້ LaoVietBank ຈະເພີ່້ມຄວາມສາມາດໃນການເຮັດທຸລະກໍາໃນຕູ້ອີກເຊັ່ນ:

  • ຖອນເງິນຜ່ານລະຫັດ QR , ຜ່ານລາຍນິ້ວມື,...
  • ສະແກນ/ອ່ານພາດສະປອດ, ບັດປະຈຳຕົວເພື່ອຮັບໃຊ້ໃນບັນດາທຸລະກຳແລກປ່ຽນເງິນບໍ່ໃຊ້ບັດ.
  • ພິມບັນຊີສຳຮອງ

ແນະນຳການນຳໃຊ້ພາສາລາວ  ກົດບ່ອນນີ້

ແນະນຳການນຳໃຊ້ພາສາຫວຽດ  ກົດບ່ອນນີ້

(ເມື່ອຕ້ອງການຊ່ວຍເຫຼືອ, ທ່ານສາມາດຕິດຕໍ່ພົວພັນກັບສາຂາ/ໜ່ວຍບໍລິການຂອງ LaoVietBank ໃກ້ບ້ານທ່ານ ຫຼື ພົວພັນຜ່ານເບີ Hotline: 02052979797 ຫຼື 021.253.666, Email: supportATM@laovietbank.com.la ຫຼື website: www.laovietbank.com.la)