ປະຫວັດທະນາຄານລາວຫວຽດ
ປະຫວັດການຂະຫຍາຍຕົວ
ເພື່ອແນໃສ່ເສີມການຂະຫຍາຍສາຍພົວພັນການຄ້າ ລະຫວ່າງສອງປະເທດລາວ – ຫວຽດນາມ ແລະ ຊ່ວຍເຫຼືອບັນດານັກລົງທຶນຫວຽດນາມ ເປີດກ້ວາງການເຄື່ອນໄຫວລົງທຶນຢູ່ລາວ, ປະຕິບັດສົນທິສັນຍາລະຫວ່າງ ລັດຖະບານສອງປະເທດລາວ - ຫວຽດນາມ, ທະນາຄານຮຸ້ນສ່ວນລົງທຶນ ແລະ ພັດທະນາຫວຽດນາມ (BIDV) ໄດ້ເປັນຜູ້ລິເລີ່ມຮ່ວມມືກັບ ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ (BCEL) ເພື່ອສ້າງຕັ້ງທະນາຄານຮ່ວມທຸລະກິດລາວຫວຽດ. ໃນວັນທີ 22/06/1999 ຢູ່ທີ່ນະຄອນຫຼວງວຽງຈັນ, ທະນາຄານຮ່ວມທຸລະກິດລາວຫວຽດ ຖືເປັນກຽດຈັດພິທີຕັດແຖບຜ້າເປີດ ການເຄື່ອນໄຫວຢ່າງເປັນທາງການ ໂດຍການເຂົ້າຮ່ວມເປັນສັກຂີພິຍານຂອງການນຳພັກ, ລັດຖະບານ ສສ ຫວຽດນາມ ແລະ ພັກ, ລັດຖະບານ ສປປ ລາວ. ທະນາຄານຮ່ວມທຸລະກິດລາວຫວຽດ ໄດ້ສ້າງຕັ້ງຂຶ້ນເພື່ອແນໃສ່ປະຕິບັດບັນດາ ໜ້າທີ່ການເມືອງທີ່ພັກ, ລັດຖະບານຫວຽດນາມມອບໝາຍໃຫ້ ເປັນຂົວຕໍ່ທາງດ້ານການເງິນໃຫ້ແກ່ບັນດາໂຄງການ ຮ່ວມມືລະຫວ່າງ ລັດຖະບານສອງປະເທດ, ເປັນຂົວຕໍ່ຊຳລະສະສາງລະຫວ່າງ 02 ປະເທດ...
ໂດຍໄດ້ຮັບການສ້າງຕັ້ງຂຶ້ນດ້ວຍທຶນຈົດທະບຽນເລີ່ມຕົ້ນ 10 ລ້ານ USD ຕາມອັດຕາສ່ວນການປະກອບທຶນ 50/50. ຜ່ານການເພີ່ມທຶນ ແລະ ອັດຕາສ່ວນການປະກອບທຶນຫຼາຍຄັ້ງ, ປີ 2015 LaoVietBank ໄດ້ສຳເລັດການເພີ່ມທຶນ ຈົດທະບຽນຂຶ້ນເປັນ 100 ລ້ານ USD ເພື່ອຂະຫຍາຍຂະໜາດ, ຕາໜ່າງການເຄື່ອນໄຫວແນໃສ່ຊ່ວຍເຫຼືອບັນດາ ນັກລົງທຶນຫວຽດນາມ ແລະ ລາວ ເຄື່ອນໄຫວທຸລະກິດຢູ່ລາວໃຫ້ດີທີ່ສຸດ. ນັບແຕ່ໄດ້ຮັບການສ້າງຕັ້ງ ແລະ ເຂົ້າສູ່ການເຄື່ອນໄຫວຈົນເຖີງປະຈຸບັນ LaoVietBank ໃນແຕ່ລະສະພາບເສດຖະກິດທີ່ແຕ່ຕ່າງກັນ, LaoVietBank ບໍ່ຍຸດທີ່ຈະຂະຫຍາຍຕົວໃນແຕ່ລະໄລຍະ.
1. ໄລຍະປີ 1999 – 2004: ການກຳເນີດຂອງທະນາຄານຮ່ວມທຸລະກິດລາວຫວຽດ ແລະ ພາລະໜ້າທີ່ເປັນຂົວຕໍ່ໃຫ້ ແກ່ສອງພື້ນຖານເສດຖະກິດ:
ໃນການພົວພັນກັບຕ່າງປະເທດແຕ່ອະດິດຈົນເຖີງປະຈຸບັນ, ສາຍພົວພັນແບບພິເສດຫວຽດນາມ – ລາວ ເປັນໜຶ່ງແບບ ຢ່າງທີ່ຫາໄດ້ຍາກຕໍ່ການເຊື່ອມໂຍງທີ່ຢືນຍົງ, ຊື່ສັດ, ບໍລິສຸດ ແລະ ເຕັມໄປດ້ວຍໝາກຜົນລະຫວ່າງສອງຊົນຊາດທີ່ຕໍ່ສູ້ ເພື່ອເອກະລາດ, ເສລີພາບ ແລະ ຄວາມກ້າວໜ້າຂອງສັງຄົມ.
ພາຍຫຼັງກວ່າ 30 ປີ ນັບແຕ່ມື້ສ້າງຕັ້ງສາຍພົວພັນຕ່າງປະເທດຫວຽດນາມ - ລາວ, ຮອດໄລຍະປີ 1990, ສາຍພົວພັນ ມິດຕະພາບອັນເປັນມູນເຊື້ອ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງປະເທດບໍ່ຢຸດທີ່ຈະໄດ້ ຮັບການເສີມສ້າງ ແລະ ພັດທະນາທັງດ້ານເນື້ອໃນ ແລະ ຂົງເຂດ. ຕໍ່ກັບສາຍພົວພັນແບບພິເສດຫວຽດນາມ - ລາວ, ລັດຖະບານສອງປະເທດຍາມໃດກໍ່ຖືເອົາສາຍພົວພັນຮ່ວມມືສຳຄັນເທົ່າກັບສາຍພົວພັນອັນດີງາມທາງດ້ານການເມືອງ ໂດຍຜ່ານການເປີດກວ້າງການຮ່ວມມືໃນຫຼາຍຂົງເຂດເຊັ່ນການລົງທຶນ, ການຄ້າແມ່ນປັດໃຈຊຸກຍູ້ວຽກງານການກໍ່ສ້າງ ແລະ ພັດທະນາປະເທດຊາດຂອງແຕ່ລະປະເທດ.
ວັນທີ 14/01/1996, ສົນທິສັນຍາວ່າດ້ວຍການສົ່ງເສີມ ແລະ ປົກປ້ອງການລົງທຶນລະຫວ່າງສອງປະເທດໄດ້ຮັບການເຊັນລົງນາມເຊີ່ງໄດ້ສ້າງໃບໜ້າອັນໃໝ່ໃຫ້ແກ່ການເຄື່ອນໄຫວລົງທຶນຂອງບັນດານັກທຸລະກິດຫວຽດນາມຢູ່ລາວ. ວັນທີ 09/03/1998 ສົນທິສັນຍາວ່າດ້ວຍການຄ້າສືບຕໍ່ໄດ້ຮັບການເຊັນລົງນາມລະຫວ່າງສອງປະເທດ.
ພາຍຫຼັງສົນທິສັນຍາສົ່ງເສີມແລະປົກປ້ອງການລົງທຶນ, ສົນທິສັນຍາການຄ້າລະຫວ່າງສອງປະເທດ ໄດ້ຮັບການເຊັນລົງ ນາມຮຽກຮ້ອງໃຫ້ມີໜຶ່ງຂົວຕໍ່ຊຳລະສະສາງລະຫວ່າງສອງພື້ນຖານເສດຖະກິດ. ສາຍພົວພັນການຄ້າລະຫວ່າງສອງປະເທດຄ່ອຍໆໄດ້ຮັບການເປີດກວ້າງຮຽກຮ້ອງໃຫ້ຈຳເປັນຕ້ອງມີບ່ອນຊະລະສະສາງທີ່ປວດໄພ, ວ່ອງໄວໂດຍຜ່ານທະນາຄານລະຫວ່າງສອງປະເທດນັບມື້ນັບມີຄວາມຈຳເປັນ. ຈາກຄວາມຮຽກຮ້ອງຕ້ອງການດັ່ງກ່າວພັກ, ລັດຖະບານຫວຽດນາມໄດ້ໃຫ້ຄວາມໄວ້ວາງໃຈເລືອກເອົາທະນາຄານຮຸ້ນສ່ວນລົງທຶນແລະພັດທະນາຫວຽດນາມ (BIDV) ແລະພັກ, ລັດຖະບານລາວໃຫ້ຄວາມເຊື່ອໝັ້ນເລືອກເອົາທະນາຄານການຄ້າຕ່າງປະເທດລາວມະຫາຊົນ (BCEL), ເຊີ່ງເປັນສອງທະນາຄານທີ່ຢູ່ແຖວໜ້າຂອງແຕ່ລະປະເທດປະຕິບັດການຮ່ວມທຸລະກິດສ້າງຕັ້ງທະນາຄານຮ່ວມທຸລະກິດລາວຫວຽດ.
ວັນທີ 22/06/1999, ບົນພື້ນຖານໝາກຜົນຂອງການຮ່ວມມື, ທະນາຄານຮ່ວມທຸລະກິດລາວຫວຽດໄດ້ຮັບການສ້າງຕັ້ງຂຶ້ນແລະເຄື່ອນໄຫວຢ່າງເປັນທາງການໂດຍໄດ້ຮັບກຽດເຂົ້າຮ່ວມເປັນສັກຂີພິຍານຈາກຕົວແທນພັກ, ລັດຖະບານຫວຽດນາມ ແລະ ລາວ.
ທະນາຄານຮ່ວມທຸລະກິດລາວຫວຽດໄດ້ຮັບການສ້າງຕັ້ງໂດຍມີທຶນຈົດທະບຽນເລີ່ມຕົ້ນແມ່ນ 10 ລ້ານ USD ດ້ວຍອັດຕາສ່ວນການປະກອບທຶນ 50:50. ເພື່ອສ້າງເງື່ອນໄຂປະຕິບັດໜ້າທີ່ເປັນຂົວຕໍ່ຊຳລະສະສາງລະຫວ່າງລາວ – ຫວຽດນາມ, ທະນາຄານຮ່ວມທຸລະກິດລາວຫວຽດໄດ້ສ້າງຕັ້ງ 02 ສາຂາຢູ່ຫວຽດນາມແມ່ນສາຂາ LaoVietBank ຮ່າໂນ້ຍປີ 2000 ແລະ ສາຂາ LaoVietBank ໂຮ່ຈີມິງ ປີ 2003 ໂດຍມີທຶນຈົດທະບຽນຂອງແຕ່ລະສາຂາແມ່ນ 2,5 ລ້ານ USD. ປີ 2001 ສືບຕໍ່ເປີດກວ້າງຕາໜ່າງການເຄື່ອນໄຫວຢູ່ເຂດພາກໃຕ້ຂອງລາວດ້ວຍການສ້າງຕັ້ງສາຂາ LaoVietBank ແຂວງຈຳປາສັກ. ປີ 2001 ເຂົ້າຮ່ວມເຄືອຂ່າຍຊຳລະສະສາງລະຫວ່າງທະນາຄານໃນທົ່ວໂລກ SWIFT ເຊີ່ງມີລະຫັດ SWIFT ແມ່ນ LAOVALA ນີ້ແມ່ນເງື່ອນໄຂສະດວກເພື່ອຮັບໃຊ້ວຽກງານຊຳລະສະສາງໃຫ້ແກ່ລູກຄ້າ ແລະ ຊຸກຍູ້ສາຍພົວພັນຮ່ວມມືທາງດ້ານເສດຖະກິດລະຫວ່າງລາວ – ຫວຽດນາມໄດ້ຢ່າງວ່ອງໄວ, ສະດວກສະບາຍກວ່າເກົ່າ. ດ້ວຍບັນດາໝາກຜົນປະກອບສ່ວນເພື່ອພາລະກິດພັດທະນາເສດຖະກິດຂອງລາວ, ທະນາຄານຮ່ວມທຸລະກິດລາວຫວຽດ ເປັນກຽດໄດ້ຮັບຫຼຽນໄຊແຮງງານຊັ້ນສາມ (ປີ 2002) ແລະ ຫຼຽນໄຊແຮງງານຊັ້ນສອງ (ປີ 2004) ໂດຍພັກ, ລັດຖະບານລາວມອບໃຫ້.
2. ໄລຍະປີ 2005 – 2009: ສືບຕໍ່ກໍ່ສ້າງສະຖາບັນ, ຂະຫຍາຍຕົວແລະເອົາໃຈໃສ່ສູ້ຊົນຜ່ານຜ່າບັນດາທ່າອ່ຽງຂອງພື້ນຖານເສດຖະກິດ
ໂດຍຜ່ານ 5ປີແຫ່ງການກໍ່ສ້າງແລະຂະຫຍາຍຕົວ (1999 – 2004), ທະນາຄານຮ່ວມທຸລະກິດລາວຫວຽດບາດກ້າວທຳອິດໄດ້ສຳເລັດໜ້າທີ່ດີເດັ່ນພາລະກິດເປັນສາຍເລືອດເຊື່ອມໂຍງສອງໂຄງສ້າງເສດຖະກິດ.ຄຽງຄູ່ກັນນັ້ນ, ທະນາຄານຮ່ວມທຸລະກິດລາວຫວຽດຍັງກະໂດດຂຶ້ນໃນການກໍ່ສ້າງ ແລະ ສະແດງທີ່ຕັ້ງຂອງຕົນໃນຕະຫຼາດການເງິນການທະນາຄານຢູ່ລາວຜ່ານບັນດາການເຄື່ອນໄຫວຊຳລະສະສາງ, ສິນເຊື່ອ…, ປະກອບສ່ວນສ້າງສະຖຽນລະພາບເສດຖະກິດມະ ຫາພາກ, ຄວບຄຸມອັດຕາເງິນເຟີ້, ພ້ອມທັງເປີດກວ້າງຜະລິດຕະພັນບໍລິການທີ່ຮັບໃຊ້ໃຫ້ແກ່ບັນດານັກທຸລະກິດ ແລະ ປະຊາຊົນທັງສອງປະເທດບົນພື້ນຖານເຕັກໂນໂລຊີທີ່ທັນສະໄໝ.
ໃນໄລຍະນີ້ສາຍພົວພັນລາວ–ຫວຽດນາມນັບມື້ໄດ້ຮັບການຍົກສູງ. ສອງປະເທດເປັນເອກະພາບຊຸກຍູ້ການຮ່ວມມືລົງທຶນ, ການຄ້າລະຫວ່າງສອງປະເທດບົນພື້ນຖານເຄົາລົບລະບຽບສາກົນ, ໃຫ້ການເອົາໃຈໃສ່, ບຸລິມະສິດໃຫ້ກັນ ແລະ ກັນ ເພື່ອແນໃສ່ເສີມຂະຫຍາຍຄວາສາມາດ, ທ່າແຮງອັນສູງສຸດຂອງແຕ່ລະປະເທດ ບົນພື້ນຖານສາຍພົວພັນແບບພິ ເສດທີ່ມີຢູ່ແລ້ວ. ດ້ວຍການເອົາໃຈໃສ່ຂອງສອງປະເທດ, ຮ່ວມມືລົງທຶນນັບມື້ບັນລຸໄດ້ບັນດາໝາກຜົນທັງດ້ານເນື້ອໃນ ແລະ ປະລິມານ. ຫວຽດນາມນອນຢູ່ອັນດັບ 3 ໃນບັນດາປະເທດທີ່ລົງທຶນຢູ່ລາວ ໂດຍມີ 129 ໂຄງການ ແລະ ຈຳນວນທຶນທັງໝົດ 574,7 ລ້ານ USD. ລະບົບທະນາຄານທຸລະກິດຢູ່ລາວຂະຫຍາຍຕົວຢ່າງວ່ອງໄວ ປະກອບສ່ວນ ຢ່າງຕັ້ງໜ້າເຂົ້າໃນພາລະກິດພັດທະນາເສດຖະກິດຂອງປະເທດຊາດ.
ທ້າຍປີ 2008 ພື້ນຖານເສດຖະກິດໂລກໄດ້ຮັບຜົນກະທົບຈາກວິກິດການທີ່ພັກອາໄສເກີດຂຶ້ນຢູ່ອາເມລິກາ ໄດ້ແຜ່ຂະ ຫຍາຍຢ່າງໄວວາ ກາຍເປັນວິກິດການການເງິນໃນທົ່ວໂລກ. ມໍລະສູມວິກິດການດ້ານການເງິນໂລກໄດ້ເຮັດໃຫ້ມີການ ເຄື່ອນເໜັງບັນດາພື້ນຖານເສດຖະກິດໂລກ, ທັງໝົດບັນດາພື້ນຖານເສດຖະກິດທີ່ພັດທະນາໃນທົ່ວໂລກ ລ້ວນແຕ່ຕົກ ຢູ່ໃນວິກິດການ. ໃນສະພາບການດັ່ງກ່າວ, ທະນາຄານຮ່ວມທຸລະກິດລາວຫວຽດ ສືບຕໍ່ເຄື່ອນໄຫວຢ່າງເຂັ້ມແຂງ ແລະ ຢັ້ງຢືນໜ້າທີ່ເປັນຂົວຕໍ່ຊຳລະສະສາງ ລະຫວ່າງຫວຽດນາມ ແລະ ລາວ, ເປັນສູນການແລກປ່ຽນສະກຸນເງິນ VND/LAK ຮັບໃຊ້ໃຫ້ບັນດາວິສາຫະກິດ ແລະ ປະຊາຊົນສອງປະເທດ. ຮອດທ້າຍປີ 2009, ໝາກຜົນການເຄື່ອນ ໄຫວທຸລະກິດຂອງທະນາຄານຮ່ວມທຸລະກິດລາວຫວຽດ ຍັງໄດ້ຮັບບັນດາຜົນສຳເລັດທີ່ໜ້າຈົດຈຳເຖີງວ່າຈະໄດ້ຮັບຜົນ ກະທົບຈາກວິກິດການເສດຖະກິດໂລກ, ການເຄື່ອນໄຫວລະດົມທຶນກັບທີ່ບັນລຸ 136,5 ລ້ານ USD, ທົບ 4,1 ຄັ້ງ ຂອງປີ 2004. ອັດຕາການຂະຫຍາຍຕົວການລະດົມທຶນສະເລ່ຍໄລຍະປີ 2005 – 2009 ບັນລຸ 38,3%. ລວມຍອດ ໜີ້ຄ້າງຈ່າຍບັນລຸ 178,5 ລ້ານ USD, ທົບ 3,8 ຄັ້ງ ຂອງປີ 2004, ອັດຕາການຂະຫຍາຍຕົວສະເລ່ຍບັນລຸ 30,8%. ກຳໄລກ່ອນເສຍອາກອນບັນລຸຫຼາຍກວ່າ 2,4 ລ້ານ USD. ສືບຕໍ່ເປີດກ້ວາງຕາໜ່າງການເຄື່ອນໄຫວ ໂດຍການສ້າງຕັ້ງ ສາຂາສະຫວັນນະເຂດໃນປີ 2009.
ໃນໄລຍະນີ້, ທະນາຄານຮ່ວມທຸລະກິດລາວຫວຽດໄດ້ເລີ່ມກໍ່ສ້າງສຳນັກງານໃຫຍ່ LaoVietBank ໃຫ້ກາຍເປັນຈຸດ ຢືນທີ່ໝັ້ນຄົງໃນການຂະຫຍາຍຕົວ. ຜັນຂະຫຍາຍລະບົບ ATM ຢ່າງເປັນທາງການຢູ່ລາວ ແລະ ບັນດາບັດ ATM ທຳອິດທີ່ເປັນເຄື່ອງໝາຍການຄ້າໃຫ້ແກ່ທະນາຄານຮ່ວມທຸລະກິດລາວຫວຽດໄດ້ເປີດໃຊ້ໃນຕະຫຼາດການເງິນຂອງລາວ. ສຳເລັດການເພີ່ມທຶນຈົດທະບຽນຈາກ 10 ລ້ານ USD ຂຶ້ນເປັນ 15 ລ້ານ USD ໃນປີ 2005 ແລະ ເພີ່ມທຶນຈົດທະ ບຽນໃຫ້ແກ່ 02 ສາຂາຢູ່ຫວຽດນາມ ຈາກ 2,5 ລ້ານ USD ຂຶ້ນເປັນ 3,75 ລ້ານ USD ໃຫ້ແຕ່ລະສາຂາເພື່ອຍົກສູງ ກຳລັງດ້ານການເງິນ…ເພື່ອຮັບຮູ້ໄດ້ບັນດາຜົນງານສຳລັບການກໍ່ສ້າງ ແລະ ພັດທະນາເສດຖະກິດ, ທະນາຄານຮ່ວມທຸ ລະກິດລາວຫວຽດເປັນກຽດໄດ້ຮັບຫຼຽນໄຊແຮງງານຊັ້ນສອງ ແລະ ຫຼຽນໄຊແຮງງານຊັ້ນໜຶ່ງ ໂດຍພັກ, ລັດຖະບານ ລາວມອບໃຫ້.
ດັ່ງນັ້ນ, ໃນໄລຍະນີ້ ທະນາຄານຮ່ວມທຸລະກິດລາວຫວຽດສືບຕໍ່ມີບັນດາບາດກ້າວທີ່ໝັ້ນຄົງໃນການເປັນໜຶ່ງສະຖາບັນ, ກຳນົດຈຸດຍືນເປັນທະນາຄານພິເສດ, ນຳໜ້າໃຫ້ແກ່ການເຄື່ອນໄຫວລົງທຶນຢູ່ລາວຂອງບັນດາວິສາຫະກິດຫວຽດນາມ ກໍ່ຄືມີບັນດາບາດກ້າວທີ່ໝັ້ນຄົງໃນການເຊື່ອມໂຍງ.
3. ໄລຍະປີ 2010 – 2014: ທະນາຄານຮ່ວມທຸລະກິດລາວຫວຽດໃນໄລຍະປັບປຸງໂຄງສ້າງ, ເປັນເຈົ້າການເຊື່ອມໂຍງ
ພາຍຫຼັງ 10 ປີແຫ່ງການກໍ່ສ້າງ ແລະ ຂະຫຍາຍຕົວ, ທະນາຄານຮ່ວມທຸລະກິດລາວຫວຽດ ໄດ້ສ້າງຕົນເອງເປັນໜຶ່ງໃນລະບົບບັນດາທະນາຄານເຄື່ອນໄຫວໃນຕະຫຼາດການເງິນຂອງລາວ. ກໍ່ຄືພາຍຫຼັງ 10 ປີປະຕິບັດໜ້າທີ່ເຊື່ອມໂຍງຊຳລະສະສາງສອງພື້ນຖານເສດຖະກິດ, ບໍ່ພຽງແຕ່ເປັນໃບທຸງທຳອິດແນະນຳບັນດາການເຄື່ອນໄຫວລົງທຶນຂອງຫວຽດນາມຢູ່ລາວ, ທະນາຄານຮ່ວມທຸລະກິດລາວຫວຽດ ຖອດຖອນໄດ້ບັນດາບົດຮຽນທີ່ເປັນປະສົບການ, ກະກຽມອຸປະກອນອັນມີຄ່າໃຫ້ແກ່ພາລະກິດຂະຫຍາຍຕົວຂອງຕົນເພື່ອເຮັດໃຫ້ນັບມື້ປະຕິບັດໄດ້ດີກວ່າເກົ່າໜ້າທີ່ທີ່ລັດຖະບານໄດ້ມອບໝາຍໃຫ້.
ໄລຍະປີ 2010 – 2014, ສາຍພົວພັນມິດຕະພາບອັນເປັນມູນເຊື້ອ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງປະເທດຫວຽດນາມ – ລາວ ທີ່ພັກ, ລັດຖະບານ ແລະ ປະຊາຊົນສອງປະເທດຮັບຮູ້ເປັນສາຍພົວພັນທີ່ຊື່ສັດ, ບໍລິສຸດ, ເປັນແບບຢ່າງແລະຫາໄດ້ຍາກໃນໂລກ, ເປັນສັບສິນທີ່ບໍ່ສາມາດປະເມີນລາຄາໄດ້, ເປັນປັດໄຈສຳຄັນໃນການພັດທະນາຂອງສອງປະເທດຫວຽດນາມ ແລະ ລາວ. ການຮ່ວມມືດ້ານເສດຖະກິດລະຫວ່າງສອງປະເທດສືບຕໍ່ໄດ້ຮັບການເສີມຂະຫຍາຍ, ສາຍພົວພັນແລກປ່ຽນການຄ້າບໍ່ຢຸດທີ່ຈະໄດ້ຮັບການແກ້ໄຂຈາກອັດຕາການສົ່ງອອກນຳເຂົ້າສອງປະເທດສືບຕໍ່ໄດ້ຮັບການແກ້ໄຂແລະເສີມຂະຫຍາຍໃນແຕ່ລະປີ. ການລົງທຶນຂອງຫວຽດນາມຢູ່ລາວສືບຕໍ່ມີການເພີ່ມຂຶ້ນຢ່າງກວ້າງຂວາງ, ລາວແມ່ນປະເທດທີ່ຢູ່ໃນອັນດັບໜຶ່ງໃນບັນດາ 67 ປະເທດ ແລະ ຂົງເຂດໃກ້ຄຽງທີ່ມີການເຄື່ອນໄຫວລົງທຶນຂອງບັນດາວິສະຫະກິດຫວຽດນາມ ແລະ ຫວຽດນາມປະຈຸບັນນອນຢູ່ໃນອັນດັບສາມໃນບັນດາ 52 ປະເທດ ແລະ ຂົງເຂດທີ່ມີການເຄື່ອນໄຫວລົງທຶນຢູ່ລາວດ້ວຍມູນຄ່າການລົງທຶນທັງໝົດບັນລຸ 5,6 ຕື້ USD.
ກໍ່ຄືໃນໄລຍະປີ 2010 – 2014 ອາໄສບັນດາວິທີການປ່ຽນແປງໃໝ່, ສົ່ງເສີມການພັດທະນາເສດຖະກິດ ດັ່ງນັ້ນ GDP ຂອງລາວຢາມໃດກໍ່ຂະຫຍາຍຕົວຢູ່ໃນລະດັບສູງ. ເຖີງຢ່າງໃດກໍ່ຕາມ, ພື້ນຖານວັດຖຸ, ໂຄງລ່າງຂອງລາວຍັງຫຼ້າຫຼັງ, ເປັນຕົ້ນແມ່ນເຂດຊົນນະບົດ. ວັນທີ 02/02/2013, ລາວກາຍເປັນສະມາຊິກຜູ້ທີ່ 158 ຂອງອົງການການຄ້າໂລກ (WTO), ເຫດການນີ້ໄດ້ເປີດກວ້າງໂອກາດອັນໃໝ່ໃຫ້ແກ່ພື້ນຖານເສດຖະກິດຂອງລາວ, ພ້ອມທັງເປັນບັນດາຄວາມ ທ້າທາຍໃໝ່.
ທາມກາງການປ່ຽນແປງຂອງສະພາບແວດລ້ອມທຸລະກິດໃໝ່, ເຊີ່ງມີຫຼາຍສີ່ງທ້າທາຍ ແລະ ໂອກາດໃໝ່, ແກ້ໄຂໄດ້ບັນ ດາຄວາມຫຍຸ້ງຍາກໃນໄລຍະສ້າງຕັ້ງທຳອິດໄດ້ຄ່ອຍໆເປີດເຜີຍບັນດາຂໍ້ຈຳກັດພາຍໃນເຊັ່ນໂຄງຮ່າງການ ຈັດຕັ້ງ, ລະບົບ ການຄຸ້ມຄອງ, ບໍລິຫານຍັງມີຂໍ້ບົກພ່ອງໃນຂະນະທີ່ຄວາມກົດດັນໃນການແຂ່ງຂັນນັບມື້ເພີ່ມຂຶ້ນ, ລວມທັງຢູ່ໃນຂົງເຂດ ຕະຫຼາດທີ່ LaoVietBank ມີທ່າໄດ້ປຽບ. ບັນຫານີ້ເຮັດໃຫ້ LaoVietBank ຈຳເປັນຕ້ອງລົງມືກໍ່ສ້າງທິດທາງການຂະ ຫຍາຍຕົວໃນໄລຍະຍາວ. ໃນນັ້ນກຳນົດ:
a) ໜ້າທີ່ຂອງ LaoVietBank ໃນໄລຍະໃໝ່
ເຊື່ອງໂຍງສອງພື້ນຖານເສດຖະກິດລາວ – ຫວຽດນາມ: ກາຍເປັນຜູ້ທຳນຳໜ້າໃນການສະໜອງບັນດາວິທີການດ້ານ ການທະນາຄານ, ການເງິນໃຫ້ແກ່ບັນດານິຕິບຸກຄົນທີ່ມີສາຍພົວພັນການຄ້າ, ການລົງທຶນລະຫວ່າງລາວ – ຫວຽດນາມ.
ປະກອບສ່ວນອັນສຳຄັນເຂົ້າໃນການພັດທະນາເສດຖະກິດຂອງຫວຽດນາມ ແລະ ລາວ: LaoVietBank ກາຍເປັນໜຶ່ງ ສະຖາບັນເສດຖະກິດທີ່ເຂັ້ມແຂງ, ດຳເນີນທຸລະກິດກັບຫຼາຍປະເທດ, ປະກອບສ່ວນສຳຄັນເຂົ້າໃນການພັດທະນາເສດ ຖະກິດຂອງສອງປະເທດລາວ – ຫວຽດນາມ.
ປົກປ້ອງ ແລະ ເສີມຂະຫຍາຍບັນດາຄູນຄ່າແຫຼ່ງກຳລັງຂອງຜູ້ຖືຮຸ້ນ, ເປັນຕົ້ນແມ່ນສອງທະນາຄານແມ່ BIDV ແລະ BCEL.
b) ເປົ້າໝາຍລວມ
ຮອດປີ 2015, LaoVietBank ກາຍເປັນທະນາຄານແຖວໜ້າຢູ່ລາວດ້ານຄຸນນະພາບຜະລິດຕະພັນ – ການບໍລິການ, ເຕັກໂນໂລຊີ, ຄຸນນະພາບບຸກຄະລະກອນ ແລະ ສ່ວນແບ່ງຕະຫຼາດ; ບໍ່ຢຸດທີ່ຈະຍົກສູງທ່າແຮງດ້ານການເງິນ ແລະ ໝາກຜົນການເຄື່ອນໄຫວໂດຍຜ່ານການປັບປຸງຂາຮຸ້ນ – ອັດຕາຮຸ້ນສ່ວນໃນໄລຍະເວລາທີ່ເໝາະສົມ, ຮັບປະກັນສິດໃນການແບ່ງປັນຂອງສອງທະນາຄານແມ່ BIDV ແລະ BCEL; ຮອດປີ 2020, ກາຍເປັນໜຶ່ງໃນບັນດາສະຖາບັນການເງິນການທະນາຄານຢູ່ລາວ, ດຳເນີນທຸລະກິດຫຼາກຫຼາຍໃນຂະແໜງການເງິນ.
c) ພັດທະນາລະບົບບັນດາມູນຄ່າໃໝ່
ສຸມໃສ່ກໍ່ສ້າງ ແລະ ຫັນປ່ຽນມູນຄ່າທີ່ສຳຄັນທີ່ສຸດດ້ວຍສາມຫຼັກການພື້ນຖານ:
- ລູກຄ້າເປັນສູນກາງ, ເປັນເປົ້າໝາຍເຄື່ອນໄຫວທຸລະກິດ: ປັບປຸງຜະລິດຕະພັນບໍລິການ, ປັບປຸງບຸກຄະລະກອນ ແລະ ຄຸ້ມຄອງລະບົບເຕັກໂນໂລຊີຫັນເຂົ້າຫາລູກຄ້າແນໃສ່ຕອບສະໜອງດີທີ່ສຸດຄວາມຕ້ອງການໃນຂອບເຂດຕະຫຼາດເປົ້າໝາຍເພື່ອບັນລຸໄດ້ບັນດາເປົ້າໝາຍທຸລະກິດທີ່ວາງອອກ, ຄວາມຮຽກຮ້ອງດ້ານການເມືອງທີ່ໄດ້ຮັບມອບໝາຍ,
- ວຽກງານຄຸ້ມຄອງຄວາມສ່ຽງແມ່ນພື້ນຖານຂອງການຄຸ້ມຄອງ, ບໍລິຫານທົ່ວລະບົບ: ບັນດາການກຳນົດນະໂຍບາຍກ່ຽວກັບເສດຖະກິດຈະອິງຕາມການວິເຄາະ, ຕີລາຄາຢ່າງເຂັ້ມງວດ, ລວມສູນ, ກວມເອົາທຸກອົງປະກອບຄວາມສ່ຽງແນໃສ່ຮັບປະກັນມູນຄ່າສູງສຸດໃຫ້ແກ່ລູກຄ້າ, ມູນຄ່າທີ່ດີທີ່ສຸດໃຫ້ແກ່ LaoVietBank
- ບຸກຄະລະກອນ ແລະ ເຕັກໂນໂລຊີແມ່ນປັດໄຈສຳຄັນຕັດສິນຜົນສຳເລັດຂອງ LaoVietBank: ຜົນປະໂຫຍກຂອງພະນັກງານ, ພະນັກງານທຸກຄົນມີກຽດ, ຮັບປະກັນຊິວີດການເປັນຢູ່ ແລະ ຄຸນຄ່າບຸກຄະລະກອນອື່ນໆ, ສ້າງເງື່ອນໄຂກໍ່ສ້າງໃຫ້ຕິດພັນ, ອຸທິດຕົນຂອງບຸກຄະລະກອນ.
ເຕັກໂນໂລຊີແມ່ນປັດໄຈຕັດສິນໃນການບັນລຸໄດ້ບັນດາທ່າໄດ້ປຽບຂອງທຸລະກິດໃນນາມເປັນພື້ນຖານໃຫ້ແກ່ການຂະຫຍາຍຕົວທຸລະກິດ.
ການລົງທຶນໃຫ້ແກ່ບຸກຄະລະກອນ ແລະ ລະບົບເຕັກໂນໂລຊີແມ່ນບຸລິມະສິດແຖວໜ້າໃນນະໂຍບາຍການລົງທຶນຂະຫຍາຍຕົວຢູ່ LaoVietBank ໃນໄລຍະນີ້.
d) ໝາກຜົນການປະຕິບັດ
ປະຕິບັດບັນດາເປົ້າໝາຍຍຸດທະສາດທີ່ກ່າວມາຂ້າງເທິງ, ດ້ວຍບັນດາທິດທາງທີ່ຖືກຕ້ອງຂອງຕົນໃນການຜັນຂະຫຍາຍຍຸດທະສາດທຸລະກິດ, ຮອດປີ 2012 LaoVietBank ໄດ້ບັນລຸບັນດາໝາກຜົນອັນສຳຄັນເຊັ່ນ: ສ້າງຄວາມເຂັ້ມແຂງໃນໂຄງຮ່າງການຈັດຕັ້ງ ແລະ ວຽກງານບຸກຄະລະກອນເໝາະສົມກັບຂະໜາດ ແລະ ລັກສະນະການເຄື່ອນໄຫວໃນໄລຍະໃໝ່; ລິເລີ່ມການກໍ່ສ້າງ ແລະ ເປີດນຳໃຊ້ອາຄານ LaoVietBank Tower ເພື່ອຂະຫຍາຍສຳນັກງານເຮັດວຽກພ້ອມທັງກໍ່ສ້າງສຳນັກງານທີ່ກວ້າງຂວາງ, ສະຫງ່າງາມກວ່າເກົ່າແນໃສ່ຕອບສະໜອງຄວາມຕ້ອງການໃນການເຄື່ອນໄຫວ; ສືບຕໍ່ເປີດກວ້າງຕາໜ່າງການເຄື່ອນໄຫວໂດຍການສ້າງຕັ້ງສາຂາສຳຫວັນນະເຂດໃນປີ 2009, ສາຂາອັດຕະປື ປີ 2011, ສາຂາຊຽງຂວາງປະມານປີ 2012, ສ້າງຕັ້ງສາຂາຫຼວງພະບາງ; ສ້າງຕັ້ງໜ່ວຍບໍລິການຄຳມ່ວນ ແລະ ອຸດົມໄຊເພື່ອເປັນເງື່ອນໄຂຂະຫຍາຍຍົກສູງໃຫ້ກາຍເປັນສາຂາໃໝ່, ເປີດກວ້າງຕາໜ່າງການເຄື່ອນໄຫວຢູ່ຂົງເຂດເທດສະບານວຽງຈັນ ແລະ ບັນດາສາຂາດ້ວຍລະບົບໜ່ວຍບໍລິການ, ຈຸດບໍລິການເພື່ອຕອບສະໜອງໄດ້ຄວາມຮຽກຮ້ອງຕ້ອງການນັບມື້ນັບເພີ່ມຂຶ້ນຂອງລູກຄ້າ; ປະຕິບັດສຳເລັດການຫັນປ່ຽນສູ່ລະບົບ CoreBanking Flexcube ໄດ້ຕີລາຄາເປັນລະບົບທະນາຄານທີ່ສຳຄັນທີ່ສຸດ, ທັນສະໄໝທີ່ສຸດໃນປະຈຸບັນແລະເປັນຈຸດເລີ່ມຕົ້ນໃນໄລຍະການຂະຫຍາຍຕົວ, ຫັນເປັນທະນາຄານທັນສະໄໝດ້ວຍເຕັກໂນໂລຊີກ້າວໜ້າ; ສຳເລັດການເພີ່ມທຶນຈົດທະບຽນຂຶ້ນເປັນ 70 ລ້ານ USD; ເປັນທະນາຄານທຳອິດຢູ່ລາວເຊື່ອມໂຍງສຳເລັດກັບລະບົບເຊື່ອມໂຍງ Bconnex, ຄັ້ງທຳອິດການຊຳລະສະສາງດ້ວຍບັດ ATM ໄດ້ປະຕິບັດລະຫວ່າງບັນດາທະນາຄານຢູ່ລາວ; ເຊື່ອມໂຍງສຳເລັດກັບລະບົບເຊື່ອມໂຍງລະຫວ່າງປະເທດຫວຽດນາມ BanknetVN ນີ້ແມ່ນການບໍລິການທີ່ສະດວກເມື່ອຊົມໃຊ້ການບໍລິການດ້າວຍບັດ ATM ລະຫວ່າງສອງປະເທດ, ບັນດາລູກຄ້າທີ່ນຳໃຊ້ບັດຂອງບັນດາທະນາຄານຫວຽດນາມ ແລະ ບັດຂອງ LaoVietBank ສາມາດ ຖອນເງິນຢູ່ບັນດາຕູ້ ATM ຢູ່ສອງປະເທດ; ຍົກລະດັບລະບົບຈັກຄວບຄຸມລະບົບຫຼັກໃຫ້ແກ່ LaoVietBank. ຍຸດຕິການເຄື່ອນໄຫວຂອງສອງສາຂາຢູ່ຫວຽດນາມເຊັ່ນສາຂາຮ່າໂນ້ຍ ແລະ ໂຮ່ຈີມິງເພື່ອສຸມທຸກແຫຼ່ງກຳລັງລົງທຶນຢູ່ຕະຫຼາດການເງິນຂອງລາວ; ສ້າງສຳເລັດການຊຳລະສະສາງລະຫວ່າງ LaoVietBank ແລະ BCEL; ສຳເລັດການເພີ່ມທຶນຈົດທະບຽນຂຶ້ນເປັນ 100 ລ້ານ USD ແລະ ເພີ່ມເຕີມຂາຮຸ້ນທີ 3 ເພື່ອເສີມຂະຫຍາຍໃຫ້ຫຼາຍກວ່າເກົ່າກຳລັງດ້ານການເງິນໃຫ້ແກ່ LaoVietBank; ຈັດຕັ້ງສຳເລັດພິທີສະເຫຼີມສະຫຼອງຄົບຮອບ 15 ປີແຫ່ງການສ້າງຕັ້ງ LaoVietBank ແນໃສ່ຮັບຮູ້ໄດ້ບັນດາໄລຍະເສັ້ນທາງແຫ່ງການຂະຫຍາຍຕົວຂອງ LaoVietBank; ສຳເລັດການຮັບຮອງໃຫ້ກູ້ຢືມເງິນຈາກທະນາຄານ Cathay United Bank, ກາຍເປັນທະນາຄານທຳອິດຢູ່ລາວທີ່ຕອບສະໜອງໄດ້ບັນດາມາດຖານເງື່ອນໄຂຂອງສະຖາບັນການເງິນຕ່າງປະເທດເພື່ອໄດ້ຮັບຮອງໃຫ້ກູ້ຢືມ; ສອງປີຊ້ອນໄດ້ຮັບລາງວັນຈາກວາລະສານ Asean Banking and Finance ເລືອກໃຫ້ເປັນທະນາຄານ “ທະນາຄານມີແນວຄິດປະດິດສ້າງ ທີ່ມີໝາກຜົນທີ່ສຸດໃນພື້ນຖານ CoreBanking ປີ 2013 ຢູ່ລາວ” ແລະ “ທະນາຄານມີເຕັກໂນໂລຊີ ແລະ ເຄື່ອນໄຫວດີທີ່ສຸດປີ 2014 ຢູ່ລາວ”; ບໍ່ຢຸດທີ່ຈະກໍ່ສ້າງ, ປັບປຸງ ແລະ ເພີ່ມເຕີມຄຸນຄ່າວັດທະນະທຳວິສາຫະກິດ; ສຳເລັກການກໍ່ສ້າງລະບົບເຄື່ອງໝາຍການຄ້າໃໝ່ໃຫ້ແກ່ LaoVietBank ນັບມື້ທັນສະໄໝ, ເປັນມືອາຊີບ ແລະ ພ້ອມພຽງກັນທົ່ວລະບົບ.
ເປັນກຽດໄດ້ຮັບຫຼຽນໄຊມິດຕະພາບຂອງພັກ, ລັດຖະບານຫວຽດນາມມອບໃຫ້; ຫຼຽນໄຊແຮງງານຊັ້ນສອງຂອງພັກ, ລັດຖະບານລາວມອບໃຫ້; ຫຼຽນໄຊມິດຕະພາບຂອງພັກ, ລັດຖະບານລາວມອບໃຫ້; ຫຼຽນໄຊແຮງງານຊັ້ນສາມທີ່ພັກ, ລັດຖະບານຫວຽດນາມມອບໃຫ້; ໄດ້ຮັບນາມມະຍົດເປັນວິສາຫະກິດດີເດັ່ນຫວຽດນາມ – ລາວ – ກຳປູເຈຍ;