LaoVietBank ເປີດນຳໃຊ້ບໍລິການ LaoVietBank Mobile Banking ຢ່າງເປັນທາງການ.
ໃນວັນທີ 10/01/2017 ທີ່ຜ່ານມາ LaoVietBank ໄດ້ເປີດນຳໃຊ້ບໍລິການທະນາຄານເທິງມືຖື LaoVietBank Mobile Banking (LaoVietBank SmartBanking ສຳລັບລູກຄ້າບຸກຄົນ ແລະ LaoVietBank Corporate Banking ສຳລັບລູກຄ້ານິຕິບຸກຄົນ). ເນື່ອງໃນໂອການເປີດໃຊ້ການບໍລິການໃໝ່ນີ້ ສຳລັບລູກຄ້າທີ່ລົງທະບຽນນຳໃຊ້ບໍລິການ LaoVietBank Mobile Bankin ຈະໄດ້ຮັບການຍົກເວັ້ນຄ່າທຳນຽມບໍລິການ ນັບແຕ່ວັນທີ 10/01/2017 ເຖິງວັນທີ 10/04/2017, ພ້ອມກັນນັ້ນຍັງໄດ້ຮັບສ່ວນຫຼຸດ 5% ເມື່ອເຕີມເງິນໂທລະສັບ ແລະ ສ່ວນຫຼຸດ 0.5% ເມື່ອຊຳລະໃບບິນໂທລະສັບ.
ການບໍລິການ LaoVietBank Mobile Banking ແມ່ນຊ່ອງທາງການບໍລິການເອເລັກໂທຣນິກ, ລູກຄ້າສາມາດປະຕິບັດບັນດາທຸລະກຳ ຜ່ານໂທລະສັບມືຖື smartphone ກັບລະບົບປະຕິບັດການ IOS, Android ທີ່ເຊື່ອມຕໍ່ກັບກັບອີນເຕີເນັດ ໄດ້ຕະຫຼອດ 24 ຊົ່ວໂມງ.
- ເປົ້າໝາຍນໍາໃຊ້ບໍລິການ Mobile Banking:
- ລູກຄ້າບຸກຄົນ ຫຼື ອົງການຈັດຕັ້ງທີ່ມີບັນຊີເງິນຝາກບໍ່ມີກໍານົດຢູ່ LaoVietBank.
- ລູກຄ້າກຳລັງນຳໃຊ້ເບີໂທລະສັບທີ່ເຊື່ອມຕໍ່ເຄືອຂ່າຍໂທລະຄົມຂອງລາວ.
- ຂອບເຂດການນຳໃຊ້:
- ລູກຄ້າສາມາດເຂົ້າລະບົບເພື່ອປະຕິບັດທຸລະກຳຕະຫຼອດ 24 ຊົ່ວໂມງ.
- ສະກຸນເງິນນຳໃຊ້: LAK, THB, USD.
- ຄຸນລັກສະນະຂອງບໍລິການ:
Mobile Banking ສະໜອງບັນດາບໍລິການທີ່ສະດວກສະບາຍໃຫ້ແກ່ລູກຄ້າ ຄືດັ່ງນີ້:
- ໂອນເງິນພາຍໃນລະບົບ LaoVietBank.
- ກວດສອບຂໍ້ມູນ: ກວດສອບຂໍ້ມູນບັນຊີ, ກວດເບິ່ງປະຫວັດລາຍການທຸລະກຳທີ່ຜ່ານມາຂອງບັນຊີເງິນຝາກກະແສລາຍວັນ, ເງິນຝາກປະຢັດ, ເງິນຝາກປະຈຳ, ເງິນກູ້ ຢູ່ LaoVietBank.
- ຊຳລະໃບບິນ: ຊຳລະໃບບິນໂທລະສັບ, internet ເຄືອຂ່າຍ Unitel ແລະ LTC.
- ເຕີມເງິນໂທລະສັບ: ເຕີມເງິນໂທລະສັບ Topup ຂອງບັນດາເຄືອຂ່າຍ Unitel, ETL ແລະ LTC.
- ຕັ້ງຄ່າສ່ວນຕົວ: ອະນຸຍາດໃຫ້ເລືອກຮູບ Avatar (ຮູບ ໂປຣຟາຍ), ຮູບພື້ນຫຼັງ ແລະ ປ່ຽນສີໄດ້ຕາມໃຈ.
- ກວດເບິ່ງອັດຕາແລກປ່ຽນ, ອັດຕາດອກເບ້ຍ, ທີ່ຕັ້ງ ATM, ທີ່ຕັ້ງບັນດາສາຂາ/ໜ່ວຍບໍລິການຂອງ LaoVietBank.
- ຜົນປະໂຫຍດຂອງລູກຄ້າເມື່ອໃຊ້ບໍລິການ Mobile Banking:
- ລູກຄ້າສາມາດປະຕິບັດທຸລະກຳໂອນເງິນພາຍໃນລະບົບ LaoVietBank ແລະ ຊຳລະຄ່າໂທລະສັບ, ຄ່າອິນເຕີເນັດ ໄດ້ທຸກທີ່ທີ່ເຊື່ອມຕໍ່ອິນເຕີເນັດໄດ້.
- ລູກຄ້າສາມາດຄຸ້ມຄອງບັນຊີຂອງຕົນຢ່າງມີປະສິດທິຜົນ.
- ເອກະສານການລົງທະບຽນງ່າຍ ສະດວກສະບາຍ.
- ຮູ້ສຶກປອດໄພເວລາປະຕິບັດທຸລະກຳ ໂດຍມີການປ້ອງກັນ 2 ຊັ້ນ ໂດຍຊັ້ນ 1 ແມ່ນລະຫັດ ຢືນຢັນທຸລະກໍາ (ລະຫັດ OTP) ຈະສົ່ງເຂົ້າເບີໂທລະສັບລູກຄ້າທີ່ໄດ້ລົງທະບຽນໄວ້.
ລາຍລະອຽດກ່ຽວກັບບໍລິການ ສາມາດເຂົ້າເບິ່ງໄດ້ທີ່ ແນະນຳກ່ຽວກັບບໍລິການ Mobile Banking