ວັນສຸກ, 19/04/2024

.

ຜະລິດຕະພັນບັດເຊື່ອມໂຍງ

ບັດເຊື່ອມໂຍງ

 

 

1. ຜົນປະໂຫຍດການນຳໃຊ້ຜະລິດຕະພັນ

- ເປັນບັດພາຍໃນທີ່ມີເຄື່ອງໝາຍການຄ້າຂອງ ທະນາຄານຮ່ວມທຸລະກິດລາວຫວຽດ ແລະ ຫົວໜ່ວຍເຊື່ອມໂຍງ. ຫົວໜ່ວຍເຊື່ອມໂຍງລວມມີ:

+ ບັນດາວິສາຫະກິດ, ບໍລິສັດ, ຫ້າງຮ້ານຕ່າງໆ

+ ບັນດາອົງການຈັດຕັ້ງການເມືອງ, ອົງການຈັດຕັ້ງລັດ

+ ບັນດາມະຫາວິທະຍາໄລ, ໂຮງໝໍ

- ຖອນເງິນສົດຢູ່ຕູ້ ATM ຜ່ານລະບົບເຊື່ອມໂຍງ Laps Net ແລະ Napas Viet Nam

- ໂອນເງິນໃນລະບົບຂອງ LaoVietBank

      - ຊຳລະໃບບິນບໍລິການໂທລະຄົມ Unitel, LTC, ETL;

      - ຊຳລະຄ່ານໍ້າປະປາ ແລະ ໄຟຟ້່າ

- ກວດສອບຍອດເງິນໃນບັນຊີ, ພິມບັນຊີສໍາຮອງ

- ຊຳລະເງິນເດືອນ ແລະ ລາຍຮັບຕ່າງໆໃຫ້ແກ່ພະນັກງານຜ່ານບັນຊີ

- ສາມາດເຊື່ອມຕໍ່ກັບ 4 ບັນຊີສ່ວນຕົວ.

2. ວົງເງິນໃນການນຳໃຊ້ບັດ

ປະເພດທຸລະກຳ

ວົງເງິນ

ເງິນສົດ

ຈຳນວນເງິນສູງສຸດ/ຄັ້ງ

2.000.000 KIP

ຈຳນວນເງິນຕ່ຳສຸດ/ຄັ້ງ

10.000 KIP

ຈຳນວນເງິນສູງສຸດ/ມື້

10.000.000 KIP

ຈຳນວນຄັ້ງສູງສຸດ/ມື້

10 lần

ເງິນໂອນ

ຈຳນວນເງິນສູງສຸດ/ມື້

50.000.000 KIP

ຈຳນວນຄັ້ງສູງສຸດ/ມື້

  1. ần

3. ເງື່ອນໄຂອອກບັດ

- ບຸກຄົນທີ່ຖືສັນຊາດລາວ ຫລື ຄົນຕ່າງປະເທດທີ່ດຳລົງຊີວິດຢູ່ລາວ ທີ່ມີຄວາມຕ້ອງການນຳໃຊ້ບັດ, ຕອບສະ ໜອງບັນດາເງື່ອນໄຂການອອກບັດ, ນຳໃຊ້ບັດໂດຍທີ່ LaoVietBank ແລະ ກົດໝາຍໄດ້ກໍຳນົດ.

- ມີບັນຊີຢູ່ LaoVietbank.

4. ຂັ້ນຕອນການອອກບັດ

- ປະກອບເອກະສານອອກບັດເຊິ່ງລວມມີດັ່ງນີ້:

­­+ ໃບສະເໜີເຮັດບັດ ແລະ ສັນຍານຳໃຊ້ບັດ (ລາຍລະອຽດຕາມແບບຟອມຕິດຄັດ)

+ ສຳເນົາບັດປະຈຳຕົວ/ປື້ມຜ່ານແດນ (ເອົາສະບັບແທ້ມາພ້ອມເພື່ອສົມທຽບ)

- ຫລັງຈາກທີ່ທະນາຄານຍອມຮັບການສະເໜີອອກບັດ, ພາຍໃນ 07 ວັນລັດຖະການ (ບໍນັບວັນພັກ, ວັນບຸນ …) ລູກຄ້າຕ້ອງມາເອົາບັດໂດຍກົງ ຫລືມອບສິດໃຫ້ຜູ້ອື່ນມາເອົາແທນ.

- ອັດຕາຄ່າທຳນຽມ

ລ/ດ

ປະເພດຄ່າທຳນຽມ

ວົງເງິນ

1

ອອກບັດຄັ້ງທຳອິດ

40.000 ກີບ

 

2

ປ່ຽນບັດໃໝ່ (ເນື່ອງຈາກເປ່ເພ, ເສຍຫາຍ)

 

30.000ກີບ/ຄັ້ງ/ບັດ

3

ຄ່າທຳນຽມປະຈຳເດືອນ

2.000 ກີບ/ເດືອນ

4

ປ່ຽນລະຫັດ

10.000 ກີບ/ຄັ້ງ/ບັດ

5

ປິດບັດ

20.000 ກີບ/ຄັ້ງ/ບັດ

6

ຄ່າທຳນຽມເຮັດທຸລະກຳຢູ່ຕູ້ ATM LaoVietBank

 

 

- ຖອນເງິນສົດ

              ບໍ່ເສຍຄ່າ

 

- ໂອນເງິນພາຍໃນລະບົບ LaoVietBank

ບໍ່ເສຍຄ່າ

 

- ກວດຍອດເງິນ

ບໍ່ເສຍຄ່າ

 

- ບັນຊີສຳຮອງ

 

ບໍ່ເສຍຄ່າ

 

- ພິມໃບບິນທຸລະກຳ (ທຸລະກຳຢູ່ຕູ້ ATM)

ບໍ່ເສຍຄ່າ

7

ຄ່າທຳນຽມເຮັດທຸລະກຳຢູ່ຕູ້ ATM ຂອງທະນາຄານທີ່ເຂົ້າຮ່ວມໂຄງການ LAPS

 

 

- ຖອນເງິນສົດ

2.000 ກີບ/ຄັ້ງ

 

- ກວດຍອດເງິນ

           ບໍ່ເສຍຄ່າ

8

ຄ່າທຳນຽມເຮັດທຸລະກຳຢູ່ຕູ້ ATM ຂອງທະນາຄານ ທີ່ເຂົ້າຮ່ວມໂຄງການ Napas/Banknetvn

 

 

- ຖອນເງິນສົດ

                                      1,5 USD

 

 

- ກວດຍອດເງິນ

                                      0,1 USD

ຄວນເອົາໃຈໃສ່:

+ ຄ່າທຳນຽມຂ້າງເທີງນີ້ຍັງບໍ່ລວມອາກອນມູນຄ່າເພິ່ມ.

+ ອັດຕາແລກປ່ຽນ: ແມ່ນອັດຕາແລກປ່ຽນຂອງທະນາຄານໃນມື້ເຮັດທຸລະກໍາ

+ ອັດຕາຄ່າທຳນຽມນີ້ຍັງບໍ່ລວມຄ່າທຳນຽມທີ່ບັນດາທະນາຄານ/ອົງກອນບັດອື່ນໆກຳນົດ (ຖ້າມີ) ເມື່ອລູກຄ້າ ນຳໃຊ້ບໍລິການຢູ່ໃນລະບົບຂອງບັນດາທະນາຄານ ຫລື ສະຖາບັນການເງິນອື່ນໆ.

+ ອັດຕາຄ່າທໍານຽມນີ້ອາດມີການປ່ຽນແປງຕາມການແຈ້ງການຂອງທະນາຄານໃນໝ້າເວບໄຊຣຊອງທະນາຄານ

 (website: http://laovietbank.com.la) ຫລື ຜ່ານບັນດາຊອງທາງບໍລິການອື່ນໆ.