ວັນອັງຄານ, 19/03/2024

.

ບໍລິການໜັງ​ສື​ຄ້ຳ​ປະ​ກັນ

-     ຄ້ຳປະກັນການປະມູນ;

-     ຄ້ຳປະກັນປະຕິບັດສັນຍາ;

-     ຄ້ຳປະກັນການຈ່າຍເງິນລ່ວງໜ້າ;

-     ຄ້ຳປະກັນຄຸນນະພາບວຽກ;

-     ຄ້ຳປະກັນການຊໍາລະ;

-     ຄ້ຳປະກັນຕໍ່.

ຜົນປະໂຫຍດຂອງລູກຄ້າທີ່ນໍາໃຊ້ບໍລິການອອກໜັງສືຄ້ຳປະກັນ:

-     ລູກຄ້າຈະໄດ້ຮັບຄວາມເຊື່ອໝັ້ນຈາກຄູ່ສັນຍາ, ຍ້ອນ ທະນາຄານຮ່ວມທຸລະກິດລາວຫວຽດ ແມ່ນທະນາຄານໜຶ່ງ ທີ່ມີຊື່ສຽງໃນ ສປປລາວ;

-     ຜູ້​ຮັບ​ເໝົາລະດົມທຶນສ່ວນໜຶ່ງ​ໄດ້ຈາກ​ເຈົ້າ​ຂອງໂຄງການ;

-     ຕອບສະໜອງຄວາມຕ້ອງການ ກຽ່ວກັບຜະລິດຕະພັນຄ້ຳປະກັນ ທີມີຄວາມຫຼາກຫຼາຍຮູບ ແບບຂອງທະນາຄານຮ່ວມທຸລະກິດລາວຫວຽດ;

-     ຂັ້ນຕອນຄົ້ນຄ້ວາອະນຸມັດວ່ອງໄວ, ປອດໄພທັນໃຈ, ແນ່ນອນ ແລະ ຮັກສາຄວາມລັບ ຂອງລູກຄ້າ, ຍ້ອນທະນາຄານຮ່ວມທຸລະກິດລາວຫວຽດ ນໍາໃຊ້ລະບົບໂປແກມທີ່ທັນສະ ໄໝ, ວິຊາການມີປະສົບການ ແລະ 

ຄວາມຊຳນານສູງ;

-     ຄ່າທໍານຽມມີການແຂ່ງຂັນ ທຽບ ກັບ ທະນາຄານອື່ນ;

-     ເອກະສານປະກອບງ່າຍດາຍ, ວ່ອງໄວ ແລະ ສະດວກ.

ເປົ້າໝາຍລູກຄ້າ

-     ວິສາຫະກິດລາວ ​ແລະ ວິ​ສາ​ຫະກິດ​ຕ່າງປະ​ເທດ​ທີ່ເຄື່ອນ​ໄຫວ​ທຸລະ​ກິດ​ຢູ່ ສປປ ລາວ;

-     ບັນດາບຸກຄົນມີ​ຄວາມ​ຕ້ອງການ​ອອກໜັງສື​ຄ້ຳປະກັນ.

ຄຸນລັກສະນະ

-     ສະກຸນເງິນອອກໜັງສືຄ້ຳປະກັນ: ກີບ, ໂດລາ, ບາດ ( ຂື້ນກັບຄວາມຕ້ອງການຕົວຈິງ);

-     ໄລຍະເວລາ ຂອງໜັງສື​ຄ້ຳປະກັນ ( ຂື້ນກັບ ເງື່ອນໄຂຂອງສັນຍາ).

ເງື່ອນໄຂການໃຊ້ບໍລິການ

ກໍລະນີມັດຈໍາເງິນສົດ 100% ຂອງມູນຄ່າໜັງສືຄ້ຳປະກັນ:

-     ໃບສະເໜີອອກໜັງສືຄ້ຳປະກັນ

-     ເອກະສານນິກໍາລວມມີ:

+ ໃບອະນຸຍາດດໍາເນີນທຸລະກິດ;

+ ໃບທະບຽນວິສາຫະກິດ, ໃບທະບຽນອາກອນ;

-     ເອກະສານຄ້ຳປະກັນ ( ບັນດາເອກະສານແຈ້ງການ, ສັນຍາທີ່ພົວເຖິງແຕ່ລະສະນິດຄ້ຳ ປະກັນ).

ກໍລະນີມີຫຼັກຊັບມາຄ້ຳປະກັນ:

-     ໃບສະເໜີອອກໜັງສືຄ້ຳປະກັນ

-     ເອກະສານ ນິຕິ​ກຳລວມມີ:

+ ໃບ​ອະນຸຍາດ​ດຳ​ເນີນ​ທຸລະ​ກິດ;

+ ໃບ​ທະບຽນ​ວິ​ສາ​ຫະກິດ, ໃບ​ທະບຽນ​ອາ​ກອນ;

+ ລະບຽບບໍລິສັດ;

+ ​ໂຄງ​ຮ່າງ​ການຈັດ​ຕັ້ງ​ວິ​ສາ​ຫະກິດ

+ ​ເອກະສານ​ແຕ່ງ​ຕັ້ງ​ຜູ້​ອໍານວຍ​ການ, ຫົວໜ້າບັນຊີ (ຖ້າ​ມີ);

-     ບົດ​ສະຫຼຸບບັນຊີ 03 ປີ ຫຼ້າສຸດ (Copy);

-     ບັນດາ​ສັນຍາ​ທີ່​ໄດ້​ປະຕິບັດ 02 ປີ ຫຼ້າສຸດ (Copy);

-     ເອກະສານຄ້ຳປະກັນ ( ບັນດາເອກະສານແຈ້ງການ, ສັນຍາທີ່ພົວເຖິງແຕ່ລະສະນິດຄ້ຳ ປະກັນ);

-     ເອກະສານ​ຫຼັກ​ຊັບ​ຄ້ຳປະກັນ (ກໍລະນີ​ນໍາ​ໃຊ້ຫຼັກຊັບ​ຄ້ຳປະກັນ).

ກໍລະນີຄວາມເຊື່ອຖື:

-     ໃບສະເໜີອອກໜັງສືຄ້ຳປະກັນ;

-     ເອກະສານ ດ້ານ​ນິຕິ​ກຳ:

+ ໃບ​ອະນຸຍາດ​ດຳ​ເນີນ​ທຸລະ​ກິດ;

+ ໃບ​ທະບຽນ​ວິ​ສາ​ຫະກິດ, ໃບ​ທະບຽນ​ອາ​ກອນ;

+ ລະບຽບບໍລິສັດ;

+ ໂຄງ​ຮ່າງ​ການຈັດ​ຕັ້ງ​ວິ​ສາ​ຫະກິດ;

+ ເອກະສານ​ແຕ່ງ​ຕັ້ງ​ຜູ້​ອໍານວຍ​ການ, ຫົວໜ້າບັນຊີ (ຖ້າ​ມີ);

-     ບົດ​ສະຫຼຸບບັນຊີ 03 ປີ ຫຼ້າສຸດ (Copy);

-     ບັນດາ​ສັນຍາ​ທີ່​ໄດ້​ຮັບ​ເໜົາ 02 ປີ ຫຼ້າສຸດ (Copy);

-     ເອກະສານຄ້ຳປະກັນ ( ບັນດາເອກະສານແຈ້ງການ, ສັນຍາທີ່ພົວເຖິງແຕ່ລະສະນິດຄ້ຳ ປະກັນ);

-     ມັດຈໍາເງິນສົດ 10% - 30% ຂອງມູນຄ່າໜັງສືຄ້ຳປະກັນ (ຂື້ນກັບການຕົກລົງ).