ຜະລິດຕະພັນ LVB DigiBank
ຜະລິດຕະພັນ LVB DIGIBANK
LVB DigiBank ແມ່ນ ທະນາຄານ ດິຈິຕ້ອນ ຂອງ ທະນາຄານ ຮ່ວມທຸລະກິດ ລາວ - ຫວຽດ ຈຳກັດ. LVB DigiBank ອະນຸຍາດໃຫ້ລູກຄ້າບຸກຄົນ ແລະ ລູກຄ້າອົງການຈັດຕັ້ງ, ບໍລິສັດນຳໃຊ້ໂທລະສັບ, ແທັບເລັດ, ເດັສທັອບ ແລະ ແລັບທັອບ ເພື່ອເຮັດທຸລະກໍາທະນາຄານຕ່າງໆຜ່ານແອັບ LVB DigiBank ແລະ ຜ່ານເວັບໄຊທ໌ www.laovietbank.com.la
ລູກຄ້າທີ່ສາມາດນຳໃຊ້ LVB DigiBank
-
- ລູກຄ້າບຸກຄົນ ທີ່ມີບັນຊີເງິນຝາກບໍ່ມີກຳນົດຢູ່ LaoVietBank.
- ລູກຄ້າທີ່ເປັນ ອົງການຈັດຕັ້ງ ແລະ ບໍລິສັດ ທີ່ມີບັນຊີເງິນຝາກບໍ່ມີກຳນົດຢູ່ LaoVietBank.
ຂອບເຂດຂອງການນຳໃຊ້
-
- ລູກຄ້າສາມາດເຂົ້າລະບົບປະຕິບັດທຸລະກຳຕະຫຼອດ 24 ຊົ່ວໂມງ ໄດ້ທຸກທີ່ ທີ່ມີການເຊື່ອມຕໍ່ internet.
-
- ສະກຸນເງິນນຳໃຊ້: ກີບ, ບາດ,ໂດລາ ແລະ ດົງ.
ຄຸນປະໂຫຍດຂອງການບໍລິການ
LVB DigiBank ສະໜອງບັນດາບໍລິການທີ່ສະດວກສະບາຍໃຫ້ແກ່ລູກຄ້າ ຄືດັ່ງນີ້:
-
- 1 LVB DigiBank ສໍາລັບລູກຄ້າບຸກຄົນ ແລະ ບໍລິສັດ.
- 1 ຢູເຊີ້ ທີ່ໃຊ້ສຳລັບທຸກອຸປະກອນທີ່ເຊື່ອມຕໍ່ກັບອິນເຕີເນັດ.
- ຄຸ້ມຄອງການເງິນໃຫ້ກັບລູກຄ້າ.
- ຊຳລະຄ່າບໍລິການພາຍໃນປະເທດ (ບັນດາໃບບິນຄ່າໄຟ, ຄ່ານ້ຳປະປາ, ພາສີ-ອາກອນ, ຄ່າໂທລະສັບ...).
- ໂອນເງິນໄປຫາບັນດາທະນາຄານຢູ່ລາວ (ຜ່ານລະບົບ Interbank).
- ໂອນເງິນແບບ 24/7 ໄປຫາທະນາຄານອື່ນໃນລາວຜ່ານລະບົບ LapNet.
- ໂອນເງິນໄປຕ່າງປະເທດ (ສຳລັບລູກຄ້າບຸກຄົນ).
- ເກັບຊ່ວຍຄ່າທຳນຽມໃຫ້ກັບບັນດາຄູ່ຮ່ວມທຸລະກິດ: ຄ່າເຊົ່າສິນເຊື່ອ, ຄ່າປະກັນໄພ...
- ຮັບແລກສະກຸນເງິນຕາກັບລູກຄ້າ.
- ບໍລິການເສີມບັດ: ນຳໃຊ້ເພື່ອຖອນເງິນໂດຍບໍ່ໃຊ້ບັດ.
- ຊຳລະຄິວອາເພ ແລະ ຄຸ້ມຄອງຫົວໜ່ວຍທີ່ຮອງຮັບການຊຳລະດ້ວຍ ຄິວອາເພ.
- ຮອງຮັບການປ້ອງກັນທຸລະກຳດ້ວຍການນຳໃຊ້ຄຸນລັກສະນະ OTP, Smart OTP, ສະແກນລາຍນິ້ວມື, ສະແກນໃບຫນ້າ.
- ສ້າງຄວາມແຕກຕ້າງໃຫ້ກັບລູກຄ້າ: ດ້ວຍການຕັ້ງຫນ້າຕ່າງຫຼັກ, ປ່ຽນສີພື້ນ, ປ່ຽນຮູບໂປຣຟາຍ, ປ່ຽນຮູບ Avatar...
- ຄຸ້ມຄອງຄະແນນຊິງລາງວັນ ແລະ ນະໂຍບາຍສຳລັບລູກຄ້າ.
- ແລະ ຫຼາຍຄຸນລັກສະນະພິເສດອື່ນໆ.
ລູກຄ້າບໍລິສັດ ແລະ ອົງການຈັດຕັ້ງ ຍັງສາມາດ:
-
- ບັນດາຄຸນລັກສະນະໃນການແບ່ງສິດໃນການຄຸ້ມຄອງການເງິນ.
ປະໂຫຍດຂອງລູກຄ້າ ເມື່ອໃຊ້ບໍລິການ LVB DigiBank:
-
- ທຸກການບໍລິການທະນາຄານທີ່ຫຼາກຫລາຍສາມາດປະຕິບັດໄດ້ໂດຍຜ່ານ LVB DigiBank ດ້ວຍຕົວລູກຄ້າເອງ. ບັນດາການບໍລິການທີ່ລູກຄ້າມັກໃຊ້ເຊັ່ນ: ການຊຳລະໃບບິນ, ການໂອນເງິນພາຍໃນ ແລະ ຕ່າງປະເທດ, ການຄຸ້ມຄອງການເງິນ, ການແລກປ່ຽນສະກຸນເງິນຕາ, ການຝາກເງິນມີກຳນົດ...ທີ່ສາມາດປະຕິບັດໄດ້ດ້ວຍ LVB DigiBank ໂດຍທີ່ລູກຄ້າບໍ່ຈຳເປັນຕ້ອງມາທະນາຄານ.
- ພຽງແຕ່ນຳໃຊ້ 01 ຢູເຊີ້, ທີ່້ລົງທະບຽນພຽງຄັ້ງດຽວ, ລູກຄ້າສາມາດລົງຊື່ເຂົ້າໃຊ້ LVB DigiBank ເທິງບັນດາອຸປະກອນ ທີ່ສາມາດເຊື່ອມຕໍ່ກັບອິນເຕີເນັດ ໂດຍທີ່ບໍ່ຈຳເປັນຕ້ອງຈື່ຫລາຍຢູເຊີ້, ຫຼາຍລະຫັດ.
- LVB DigiBank ແມ່ນທະນາຄານດິຈີຕ້ອນ ທີ່ຄວບຄຸມທຸກຢ່າງສໍາລັບລູກຄ້າບຸກຄົນ, ບໍລິສັດ ແລະ ອົງການຈັດຕັ້ງອື່ນໆ. ລູກຄ້າບໍ່ຈໍາເປັນຕ້ອງໄດ້ດາວໂຫລດຫລາຍແອັບພລິເຄຊັ້ນ.
- ນຳໃຊ້ການຢັ້ງຢືນທຸລະກຳແບບອັດສະລິຍະ, ວ່ອງໄວ ແລະ ປອດໄພ ດ້ວຍລະຫັດ OTP, Smart OTP, ສາມາດເຂົ້າໃຊ້ ແລະ ຢັ້ງຢືນທຸລະກຳດ້ວຍການສະແກນໃບຫນ້າ, ສະແກນລາຍນິ້ວມື ເພື່ອໃຫ້ການດໍາລົງຊີວິດນັບມື້ນັບສະດວກສະບາຍຍິ່ງຂຶ້ນ.
ເອກະສານການລົງທະບຽນ
- ຟອມລົງທະບຽນນຳໃຊ້ບໍລິການ (ຮັບຢູ່ປ່ອງບໍລິການ ຫຼື ດາວໂຫຼດໄຟລ໌ຢູ່ດ້ານລຸ່ມ).
- ບັດປະຈຳຕົວ ຫຼື ພາດສປອດ ຂອງ ລູກຄ້າ.
- ເອກະສານສະແດງສະຖານະພາບຂອງເຈົ້າຂອງບັນຊີ/ຫຼື ຜູ້ຕາງໜ້າເຈົ້າຂອງບັນຊີທີ່ຖືກຕ້ອງທາງດ້ານກົດໝາຍ.
ຂັ້ນຕອນໃນການລົງທະບຽນ
ລູກຄ້າສາມາດລົງທະບຽນນຳໃຊ້ຕາມຂັ້ນຕອນດັ່ງນີ້:
ຂັ້ນຕອນ 1: ລົງທະບຽນນຳໃຊ້ການບໍລິການໄດ້ທີ່ປ່ອງບໍລິການ ຂອງ LaoVietBank ທົ່ວທຸກສາຂາ.
ຂັ້ນຕອນ 2: ນໍາໃຊ້ບໍລິການດ້ວຍການເຂົ້າໜ້າຕ່າງ Internet ຫຼື ແອັບພລິເຄຊັ້ນ LVB DigiBank ຜ່ານບັນດາອຸປະກອນທີ່ເຊື່ອມຕໍ່ດ້ວຍອິນເຕີເນັດ ໂດຍກົດເຂົ້າໄປທີ່ລິ້ງ https://digi.laovietbank.com.la/ ເພື່ອດາວໂຫຼດແອັບ ຫຼື ເຂົ້າສູ່ລະບົບໄດ້ໃນທັນທີ.