ວັນອັງຄານ, 19/03/2024

.

ເງິນຝາກກະແສລາຍວັນ

ແມ່ນບັນຊີທີລູກຄ້າເປີດຢູ່ທະນາຄານເພື່ອຈຸດປະສົງຝາກເງິນ,  ຮັກສາເງິນ ຫຼື ເພື່ອໃຊ້ບໍລິການຊຳລະສະສາງຜ່ານທະນາຄານໂດຍບັນດາຮູບການຊຳລະສະສາງຂອງທະນາຄານ

ຜົນປະໂຫຍດທີ່ລູກຄ້າຈະໄດ້ຮັບ

      -      ເປັນປະເພດບັນຊີເງິນຝາກ ດ້ວຍຫຼາຍສະກຸນເງິນ, ລູກຄ້າສາມາດເປີດບັນຊີ ຕາມແຕ່ລະ ສະກຸນເງິນທີ່ຕ່າງກັນ;

      -      ບໍລິສັດສາມາດ​ນຳ​ໃຊ້​ ບັນຊີ​ເງິນ​ຝາກ​ກະ​ແສ​ລາຍ​ວັນ​ ເພື່ອ​ເຄື່ອນ​ໄຫວ​ຊຳລະ​ສະ​ສາງ​ ຕາມ​ຄວາມ​ຕ້ອງການ ແລະ ຖືກຕ້ອງຕາມຂໍ້ກຳນົດຂອງກົດໝາຍ;

      -      ບໍລິສັດສາມາດ ເຄື່ອນໄຫວການມອບ, ຖອນ, ໂອນເງິນຈາກບັນຊີ ໄດ້ຢູ່​ທຸກສາຂາຂອງ ທລວ ທົ່ວປະເທດ;

      -      ໄດ້ນຳໃຊ້ບັນດາບໍລິການ ຊຳລະສະ​ສາງ, ບໍລິການທະນາຄານ ທີ່ທັນສະໄໝທີ່ ທລວ ສະໜອງໃຫ້.

ຄຸນລັກສະນະຂອງຜະລິດຕະພັນ

      -      ເໝາະສຳລັບລູກຄ້າ ທີ່ຕ້ອງການເປີດບັນຊີ ເພື່ອນຳໃຊ້ການຊຳລະ​ສະ​ສາງ ​ຜ່ານທະ ນາຄານ;

      -      ປະເພດສະກຸນເງິນຝາກມີ: ກີບ, ບາດ, ໂດລາ, ຫວຽດນາມ ແລະ ສະກຸນເງິນຕາ ຕ່າງປະເທດອຶ່ນໆອີກ;

      -      ຍອດ​ຄ້າງ​ບັນຊີ​ຕ່ຳສຸດແມ່ນ: 100,000 ກີບ, 10 ໂດລາ, 1,000 ບາດ, 500,000 ດົງ ແລະ ສະກຸນເງິນອຶ່ນໆ (ບໍ່ໄດ້ກຳນົດ).

ເງື່ອນໄຂໃນການລົງທະບຽນ

      -      ບຸກຄົນທີ່ເປັນພົນລະເມືອງລາວ, ບຸກຄົນຕ່າງປະເທດ ທີ່ໄດ້ຮັບອະນຸຍາດ ຕາມຂໍກຳນົດກົດ ໝາຍທີ່ໄດ້ວາງອອກ.

      -      ກໍລະນີເປີດບັນຊີເງິນຝາກກະແສລາຍວັນໂດຍສະກຸນເງິນຕາຕ່າງປະເທດຕ້ອງແມ່ນບຸກຄົນທີ່ອາໃສຢູ່ພາຍໃນປະເທດລາວ.

ເອກະສານລົງທະບຽນ

      -      ເປີດບັນຊີໃໝ່: ແບບຟອມຂໍເປີດບັນຊີຈາກ ທລວ, ​ບັດປະຈຳຕົວ, ປື້ມແຊັກ.

      -      ຖອນເງິນຈາກບັນຊີ: ໃບແຊັກ, ບັດປະຈຳຕົວ.