ວັນອັງຄານ, 19/03/2024

.

ບໍ​ລິ​ການ TOPUP

ບໍລິການ​ຮັບ​ເກັບ​ຮັກສາ​ເອກະສານທີ່​ມີຄ່າ, ຊັບ​ສິນ​ທີ່​ມີຄ່າ​​ແມ່ນ​ການ​ທີ ທລວ ຮັບ​ເກັບ​ຮັກສາ​ຊັບ​ສິນ, ​ເອກະສານ​ມີຄ່າ, ​ເອກະສານ​ທີ​ສຳຄັນ​ຂອງ​ລູກ​ຄ້າ.

ຜົນປະໂຫຍດຂອງລູກຄ້າ

-      ຊັບ​ສິນ​ທີ​ມີຄ່າ​ເຊັ່ນ: ​ເງິນ-ທອງຄຳ, ອັນຍະ​ມະນີ, ມໍລະດົກ, ບັນດາ​ເອກະສານ​ທີ່​ສຳຄັນ .... ທລວ ຈະ​​ເກັບ​ຮັກສາ​ໄວ້​ຢ່າງ​ປອດ​ໄພ ​ແລະ ​ເປັນຄວາມ​ລັບ;

-      ປະຢັດ​ພື້ນ​ທີ່ ​ແລະ ຄ່າ​ໃຊ້​ຈ່າຍ​ໃນ​ການຈັດ​ຊື້​ອຸປກອນ​ຈັດ​ເກັບຊັບ​ສິນ, ​ເອກະສານ​ມີຄ່າ;

-      ທລວ ມຸ້ງ​ໝັ້ນ​ທີ່​ຈະ​ຮັກສາ​ຂໍ້​ມູນ​ ທີ່​ເປັນຄວາມ​ລັບ​ຂອງ​ລູກ​ຄ້າ​​ເປັນ​ຕົ້ນ​ແມ່ນດ້ານ​ສະຖານ​ທີ່​ເກັບ​ມ້ຽນ;

-      ທຸກຄັ້ງທີ່ກວດກາ​ແມ່ນ ທລວ ຈະບໍ່ເກັບຄ່າທຳນຽມ: ສຳລັບໄລຍະເວລາທີ່ຝາກ 03 ເດືອນ ລົງມາ ກວດກາ 01ຄັ້ງ, ​ໄລຍະ​ຝາກ 03 ເດືອນຂຶ້ນໄປກວດກາ​ຫລາຍ​ສຸດແມ່ນ 03 ຄັ້ງ;

-      ເມື່ອມອບສິດໃຫ້ຄົນອຶ່ນມາ​ພົວພັນ​ກັບ ທລວ ຕ້ອງ​ເຮັດ​ໃບ​ມອບ​ສິດ​ເປັນ​ລາຍ​ລັກ​ອັກສອນ​ໃຫ້​ສອດ​ຄ່ອງ​ກັບລະບຽບ​ກົດໝາຍ;

-      ສາມາດ​ຢຸດສັນຍາກ່ອນກຳນົດ.

ຄຸນລັກສະນະຂອງຜະລິດຕະພັນ

    ທລວ ຮັບ​ເກັບ​ຮັກສາຊັບສິນດັ່ງຕໍ່ໄປນີ້:

-      ຊັບສິນທີ່ມີຄ່າເຊັ່ນ: ເງິນ, ຄຳ, ໂລຫະມີຄ່າ, ອັນຍະມານີ, ເພັດ ແລະ ຊັບສິນມີຄ່າອຶ່ນໆ ທີ່​ບໍ່​ຫລຸ້ຍ​ຫ້ຽນ;

-      ເອກະສານມີຄ່າຄື: ພັນທະບັດ, ຫຸ້ນພັນທະບັດ, ຫຸ້ນກູ້, ບັດເງິນຝາກ, ສະມຸດເງິນຝາກ ແລະ ເອກະສານທີ່ມີຄ່າອຶ່ນໆ ທີ​ຖືກຕ້ອງ​ຕາມກົດໝາຍ;

-      ເອກະສານສຳຄັນ:

+ ເອກະສານສຳຄັນທີ່ມີ​ໄດ້​ຍ້ອນ​ສິດ ​ແລະ ພັນທະ​ກ່ຽວ​ກັບ​ຊັບ​ສິນ​ເຊັ່ນ: ໃບຮັບຮອງການ ເປັນເຈົ້າຂອງດິນ, ໃບຮັບຮອງສິດການນຳໃຊ້ທີ່ດິນ, ພິໃນກຳ, ເອກະສານ ສຳຄັນທີ່ເກີດ ຈາກສິດທິໃນຊັບສິນ ແລະ ຂໍ້ຜູກມັດອຶ່ນໆ;

+ ເອກະສານສຳຄັນອຶ່ນໆ: ໃບປະກາດສະນິຍະບັດ, ໃບຮັບຮອງການແຕ່ງງານ ແລະ ເອກະສານສຳຄັນອຶ່ນໆ.

ທລວ ຈະບໍ່ຮັບຝາກເອກະສານດັ່ງຕໍ່ໄປນີ້:

-      ສີ່​ງທີ​ບໍ່​ແມ່ນ​ຊັບສົມບັດ, ເອກະສານທີ​ມີຄ່າທີ່ກ່າວໄວ້ໃນຂ້າງເທິງ;

-      ຊັບສິນ, ເອກະສານທີບໍ່​ຖືກຕ້ອງ​ຕາມກົດໝາຍ ຫ້າມມີໄວ້ໃນຄອບຄອງ, ການຂາຍ ແລະ ໝູນວຽນ.

ເງື່ອນ​ໄຂ​ການ​ນຳ​ໃຊ້:

-      ສຳລັບຊັບສິນທີ​ມີຄ່າ​ ຕ້ອງໄດ້ທຳການກວດກາຄຸນນະພາບ (ທົດລອງ, ຊັ່ງນ້ຳໜັກ, ວັດ​ແທກຄວາມ​ຍາວ, ຊ່ອງ​ກ້ອງ, ນັບຈຳນວນ...) ເພື່ອກຳນົດຈຳນວນ, ນ້ຳໜັກ, ຄຸນນະພາບ ແລະ ມູນຄ່າຂອງຊັບສິນ (ການ​ກວດ​ກາ​ຈະ​ແມ່ນ ​ພາກສ່ວນ​ທີ​ມີຄວາມ​ຊຳນານ​ ມີ​ຄວາມ​ສາມາດກວດສອບ);

-     ສຳລັບເອກະສານທີ່ມີຄ່າ ແລະ ເອກະສານທີ່ສຳຄັນ ທະນາຄານ ຕ້ອງໄດ້ທຳການກວດກາ, ກວດນັບ, ເພື່ອກຳນົດຈຸດພິເສດ, ຈຳນວນ, ສະພາບ, ມູນຄ່າຂອງແຕ່ລະປະເພດເອກະ ສານ ທີ່ມີຄ່າ ແລະ ເອກະສານສຳຄັນ.

ບັນດາເອກະສານລົງທະບຽນ

-      ສຳລັບ​ຊັບ​ສິນ​ມີ​ຄ່າ​ຕ້ອງ​ມີ​ໃບ​ຢັ້ງຢືນ​ການກວດ​ຂອງ​ໜ່ວຍ​ງານ​ກວດກາ(ເງິນ, ຄຳ, ໂລຫະ ມີຄ່າ, ອັນຍະມານີ,ເພັດ. . . )

-      ບັດປະຈຳຕົວ.

-      ຟອມລົງທະບຽນ:

-      ສັນຍາເກັບຮັກສາຊັບສິນມີຄ່າ, ເອກະສານມີຄ່າ ແລະ ເອກະສານສຳຄັນຕາມແບບຟອມ ຂອງ ທລວ.