ວັນອັງຄານ, 19/03/2024

.

ບໍລິການ LSMS

I. ແນະນໍາກາຽວກັບການເງິນລະຫວ່າງບັນຊີພາຍໃນລະບົບຜ່ານການບໍລິການ LSMS ຂອງ LAOVIETBANK:

LSMS (Lao Viet Bank SMS) ແມ່ນການບໍ ລິການເອເລັກໂຕຼນິກທະນາຄານຂອງ LaoVietBank, ນຳໃຊ້ເພື່ອສົ່ງ ແລະ ຮັບຂໍ້ຄວາມຜ່ານໂທລະສັບມືຖື ຜ່ານເບີໂທສູນກາງໃນການສົ່ງຂໍ້ຄວາມຂອງ LaoVietBank.  
1.  ຄຸນລັກສະນະຂອງຜະລິດຕະພັນ:

     LSMS ສະໜອງບັນດາຂໍ້ມູນ:

-    ຂໍ້ມູນກ່ຽວກັບບັນຊີເງິນຝາກ: ລວມມີບັນດາຂໍ້ ມູນຍອດເຫຼືອບັນຊີ, 05 ທຸລະກຳທີ່ຜ່ານມາ (ໃກ້ສຸດ) ຂອງບັນຊີ, ທຸລະກຳທີເກີດຂື້ນໃນເວລາບັນ ຊີມີການຈົດມີ, ຈົດໜີ້..

-    ບັນດາຂໍ້ມູນກ່ຽວກັບLVB: ຂໍ້ມູນກ່ຽວກັບອັດຕາ,ດອກ ເບ້ຍຂອງ LVB

-    ບັນດາຂໍ້ມູນອື່ນ: ຄ່າທຳນຽມນຳໃຊ້ບໍລິການ LSMS ຂອງລູກຄ້າພາຍໃນໄຕມາດ, ຢຸດນຳໃຊ້ບໍລິການ ແລະ ລົງທະບຽນນຳໃຊ້ບັນດາບໍລິການທີ່ໄດ້ລົງທະບຽນ ຄືນ, ...

-    ນຳໃຊ້ໄດ້ທຸກເຄື່ອຂ່າຍໂທລະຄົມທີ່ກຳລັງເຄື່ອນ ໄຫວຢູ່ລາວ.

2.  ເປົ້າໝາຍໃນການນຳໃຊ້ບໍລິການໂອນເງິນຜ່ານ LSMS: 

-    ແມ່ນບັນດາລູກຄ້າທັງໝົດທີ່ມີບັນຊີເງິນຝາກປະເພດເງິນກີບຢູ່ກັບ LaoVietBank ແລະ ນຳໃຊ້ເບີໂທລະ ສັບມືຖືຂອງທຸກເຄື່ອຂ່າຍຢູ່ລາວ (ETL, LTC, Unitel, Beeline)

3.  ບັນດາບໍລິການທີ່ LSMS ສະໜອງ: 

LSMS ສະໜອງໃຫ້ກັບລູກຄ້ສບັນດາບໍລິການດັ່ງ ລຸ່ມນີ້:

-    ເບິ່ງຄຶຶນທຸລະກຳການເຄື່ອນໄຫວບັນຊີ (ຍອດເຫຼືອ, ທຸລະກຳການເຄື່ອນໄຫວ.....)

-    ທຸລະກໍາທາງການເງິນ: ການໂອນເງິນ ລະຫວ່າງບັນຊີພາຍໃນລະບົບຂອງ LaoVietBank

-    ບໍລິການຂໍ້ຄວາມແຈ້ງອັດໂຕໂນມັດ: 

+    ລູກຄ້າຈະໄດ້ຮັບຂໍ້ຄວາມໃນແຕ່ລະຄັ້ງທີ່ບັນຊີມີ ການເຄື່ອນໄຫວ.

+    ທະນາຄານມີລາຍການການສົມມະນາຄຸນໃຫ້ກັບ ລູກຄ້າ.

4.  ຮູບແບບການຈ່າຍຄ່າທຳນຽມ:

-    ສຳລັບການບໍລິການໂອນເງິນລະຫວ່າງບັນຊີພາຍໃນລະບົບ LaoVietBank: ລະບົບຈະເກັບຄ່າທຳນຽມ ພ້ອມໃນເວລາປະຕິຍັດທຸລະກຳໂອນເງິນຜ່ານໂທລະສັບ.

-    ສຳຫລັບລູກຄ້າທີ່ເຮັດທຸລະກຳມອບ, ຖອນ ແລະ ບັນດາລາຍງານການປ່ຽນແປງຂອງບັນຊີ ຫລື ລູກ ຄ້າທີ່ນຳໃຊ້ການບໍລິການສອບຖາມກ່ຽວກັບບັນຊີຜ່ານລະ ບົບ LSMS. ໂດຍລະບົບ LSMS  ຈະບັນທຶກການບໍລິການ ຂອງລູກຄ້າ ແລະຈະເກັບຄ່າທຳນຽມການບໍລິການເປັນທຸກໆໄຕມາດ.

5.  ຜົນປະໂຫຍດທີ່ລູກຄ້າຈະໄດ້ຮັບໃນການນຳໃຊ້ບໍລິການໂອນເງິນພາຍໃນລະບົບ LaoVietBank ຜ່ານ LSMS:

-    ລູກຄ້າສາມາດປະຕິບັດທຸລະກຳໂອນເງິນພານໃນລະບົບ LaoVietBank ໄດ້ທຸກບ່ອນ, ທຸກເວລາໂດຍທີ່ ລູກຄ້າບໍ່ຈຳເປັນເຂົ້າມາທະນາຄານ.

-    ລູກຄ້າສາມາດຄຸ້ມຄອງບັນດາບັນຊີຂອງຕົນດ້ວຍວິທີການທີ່ມີໝາກຜົນສຸດໂດຍຜ່ານການໄດ້ຮັບການອັບເດດບັນດາຂໍ້ມູນກ່ຽວກັບສະຖານະຂອງບັນຊີເງິນຝາກ, ບັນຊີເງິນກູ້…

-    ໄດ້ຮັບການສະໜອງຂໍ້ມູນກ່ຽວກັບຜະລິດຕະພັນບໍລິການໃໝ່ຂອງ LaoVietBank;

-    ເອກະສານການລົງທະບຽນງ່າຍດາຍ.

6.   ເອກະສານການລົງທະບຽນ:

-    ເອກະສານການລົງທະບຽນນຳໃຊ້ບໍລິການໂອນ ເງິນພາຍໃນລະບົບ LaoVietBank ຜ່ານ LSMS ຕາມ ແບບຟອມ 1A (ບຸກຄົນ), 1B (ບໍລິສັດ, ອົງການຈັດຕັ້ງ)

-    ເອກະສານການລົງທະບຽນປ່ຽນແປງຂໍ້ມູນໃນ ການນຳໃຊ້ບໍລິການໂອນເງິນພາຍໃນລະບົບ LaoVietBank ຜ່ານ LSMS ຕາມ ແບບຟອມ 2A (ບຸກຄົນ), 2B (ບໍລິສັດ, ອົງການຈັດຕັ້ງ)

-    ບັດປະຊາຊົນຂອງລູກຄ້າ

-    ເອກະສານຢັ້ງຢືນທາງດ້ານກົດໝາຍຂອງເຈົ້າຂອງ ບັນຊີ/ຫຼືຜູ້ຕາງໜ້າທີ່ຖືກຕ້ອງຕາມກົດໝາຍຂອງເຈົ້າ ຂອງບັນຊີ. 
 

 

l1

l2

l3

l4

l5

l6

7.   ຈຳນວນມູນຄ່າຂອງທຸລະກຳ: 

-    2,000,000 LAK/ 01 ລາຍການ.  ໃນມື້ໜຶ່ງສາມາດ ປະຕິບັດລາຍການໄດ້ສູງສຸດ 05 ທຸລະກຳ

 

 

II. ຄ່າທຳນຽມ LSMS ຂອງ LaoVietBank

ອີງຕາມແຈ້ງການເລກທີ:409/CV-NVKHTT, ລົງວັນທີ 21/02/2014 ກ່ຽວກັບການດັດແກ້ຄ່າທຳນຽມບໍລິການ LSMS ແລະ  ອີງຕາມແຈ້ງການເລກທີ:259/CV-LVB ລົງວັນທີ 25/01/2016

ລດ

ຄ່າທຳນຽມ

ລູກຄ້າບຸກຄົນ

ລູກຄ້າອົງການຈັດຕັ້ງ

1

ຄ່າທຳນຽມລົງທະບຽນນຳໃຊ້ບໍລິການ

ບໍ່ເກັບ

ບໍ່ເກັບ

2

ຄ່າທຳນຽມປະຈຳເດືອນ

5,000 LAK/ເດືອນ

20,000 LAK/ເດືອນ

3

ຄ່າທຳນຽມທີ່ເກີດຂື້ນຕາມທຸລະກຳ (ຂໍ້ຄວາມ)

200 LAK/ຂໍ້ຄວາມ

200 LAK/ຂໍ້ຄວາມ

4

ຄ່າທຳນຽມໂອນເງິນພາຍໃນລະບົບ LaoVietBank

500 LAK/ລາຍການ

500 LAK/ລາຍການ

 

III. ບັນດາຂັ້ນຕອນການລົງທະບຽນນຳໃຊ້ບໍລິການ LSMS   

ແຜນວາດ: ຂັ້ນຕອນການລົງທະບຽນນຳໃຊ້ບໍລິການ LSMS

l10