.
ແມ່ນໜ້າທີ່ຂອງ ທລວ ໃນການດຳເນີນການໂອນເງິນ ຂອງລູກຄ້າໄປຍັ່ງຜູ້ຮັບເງິນພາຍໃນ ປະເທດ ແລະ ຮັບເງິນໂອນມາໃຫ້ລູກຄ້າ ດ້ວຍວິທີການຈົດມີໃສ່ບັນຊີ ໃນກໍລະນີ້ທີຜູ້ຮັບເງິນມີ ບັນຊີກັບ ທລວ, ເບີກຈ່າຍເປັນເງິນສົດ ຫຼື ໂອນໄປທະນາຄານອື່ນຕໍ່ ໃນກໍລະນີທີ່ລູກຄ້າ ບໍ່ມີບັນຊີໃນ ທລວ.
ຜົນປະໂຫຍດທີ່ລູກຄ້າຈະໄດ້ຮັບ
- ປອດໄພ,ວອງໄວ,ຂັ້ນຕອນງ່າຍດາຍ;
- ລູກຄ້າສາມາດໂອນເງິນຕາມໄປຕາມຄວາມຕ້ອງການ;
- ຫຼີກລ້ຽງຄວາມສ່ຽງໃນການນຳໃຊ້ເງິນສົດ;
- ຂັ້ນຕອນທີ່ງ່າຍດາຍ ແລະ ສະດວກສະບາຍ;
- ການໂອນເງິນຜ່ານທະນາຄານຈະວ່ອງໄວ ແລະ ຊັດເຈນ;
- ຄ່າບໍລິການເໝາະສົມ;
- ໄດ້ຮັບຄຳແນະນຳຈາກທະນາຄານກ່ຽວກັບ ການສຳລະເງິນເໝາະສົມຕາມຄວາມຕ້ອງການ;
- ໄດ້ຮັບອັດຕາດອກເບ້ຍ ຕາມຍອດເງິນໃນບັນຊີເງິນຝາກ;
- ໄດ້ໃຊ້ຫຼາກຫຼາຍການບໍລິການ;
- ເຄື່ອຄ່າຍບໍລິການ 05 ສາຂາ ແລະ 03 ໜ່ວຍບໍລິການທົ່ວປະເທດ, ທລວ ຈະດຳເນີນການ ໂອນເງິນດ້ວຍຄວາມໄວສູງ.
ຄຸນຫຼັກສະນະຂອງຜະລິດຕະພັນ
- ບໍລິການໂອນເງິນພາຍໃນປະເທດ ຈະຊ່ວຍໃຫ້ລູກຄ້າໂອນເງິນ ໄປໃຫ້ຜູ້ຮັບທີ່ມີບັນຊີ ຫຼື ບໍ່ມີບັນຊີກັບ ທລວ ແລະ ທະນາຄານອຶ່ນພາຍໃນປະເທດ,
ເຂົ້າຮ່ວມໃນລະບົບການຊຳລະສະສາງ;
- ລູກຄ້າຕ້ອງສະໜອງ ຂໍ້ມູນກ່ຽວກັບຜູ້ຮັບເງິນ: ຊື່, ເລກບັນຊີ ແລະ ຊື່ທະນາຄານທີ່ຈະຮັບ. ໃນກໍລະ ນີຜູ້ຮັບເງິນບໍ່ມີບັນຊີໃນທະນາຄານ ລູກຄ້າ
ຕ້ອງສະໜອງແຈ້ງຊື່, ເລກບັດປະຈຳ ຕົວ/ປັດສະປໍ/ ສຳມະໂນຄົວ, ທີ່ຢູ່, ເບີໂທຕິດຕໍ່ (ຖ້າມີ);
- ການໂອນເງິນທີມີບັນຊີຢູ່ໃນ ທລວ ນຳກັນ, ຫຼັງຈາກຂັ້ນຕອນການໂອນສຳເລັດແລ້ວ ຜູ້ຮັບ ສາມາດຮັບເງິນໄດ້ທັນທີ.
ເງື່ອນໄຂການລົງທະບຽນ
- ລູກຄ້າບຸກຄົນທີ່ຢູ່ພາຍໃນ ແລະ ຕ່າງປະເທດ;
- ກໍລະນີລູກຄ້າບໍ່ແມ່ນຄົນລາວ ແລະ ລູກຄ້າຈະໂອນເງິນຕາຕ່າງປະເທດ ຕ້ອງປະຕິບັດຕາມ ຂໍ້ກຳນົດ ກ່ຽວກັບການຄຸ້ມຄອງ ເງິນຕາຕ່າງປະເທດ.
ເອກະສານການລົງທະບຽນ
- ກໍລະນີບໍ່ມີບັນຊີຕ້ອງຂຽນໃບມອບເງິນພ້ອມສັ່ງຈ່າຍ;
- ຖ້າມີບັນຊີໃນ ທລວ, ລູກຄ້າຕ້ອງສະແດງບັດປະຈຳຕົວ ທີ່ຍັງບໍ່ໝົດອາຍຸ ແລະ ຂຽນໃສ່ໃບສັ່ງຈ່າຍ.
ແມ່ນການໂອນເງິນໄປຕ່າງປະເທດ ຫຼື ຮັບເງິນຈາກຕ່າງປະເທດໂອນມາ ດ້ວຍຈຸດປະສົງ ຂອງການຖ່າຍໂອນທາງດຽວ ໃນການເຮັດທຸລະກຳ,ການໂອນທຶນແມ່ນຕ້ອງ ປະຕິບັດຕາມ ຂໍ້ກຳນົດຄວບຄຸມການ ແລກປ່ຽນເງິນຕາຕ່າງປະເທດຂອງລາວ.
ປະໂຫຍດທີ່ລູກຄ້າຈະໄດ້ຮັບ
- ວ່ອງໄວ, ປອດໄພ, ຊັດເຈນ, ປິດລັບເພາະວ່າ ທລວ ນຳໃຊ້ເທັກໂນໂລຢີ ທີ່ທັນສະໄໝທີ່ສຸດ;
- ຄ່າທຳນຽມເໝາະສົມ;
- ຂັ້ນຕອນການດຳເນີນການງ່າຍດາຍ, ກະທັດຫັດ;
- ຕອບສະໜອງຄວາມຕ້ອງການໂອນ ທີ່ມີຫຼາຍສະກຸນເງິນຕາຄື: USD, GBP, EUR, THB;
- ພະນັກງານມີຄວາມຊຳນິຊຳນານ ວິຊາສະເພາະ ຄອຍແນະນຳວິທີ ການໂອນເງິນທີ່ມີປະສິດທິຜົນສູງສຸດ;
- ເຄືອຂ່າຍການບໍລິການກວ້າງຂວາງ.
ຄຸນລັກສະນະຂອງຜະລິດຕະພັນ
- ລູກຄ້າສາມາດເລືອກການໂອນເງິນຜ່ານລະບົບ SWIFT. INTERNAL ຫຼື ຜ່ານລະບົບ Western Union;
- ຈຸດປະສົງສຳລັບບຸກຄົນທີ່ເປັນຄົນລາວໂອນເງິນໄປຕ່າງປະເທດແມ່ນມີ ດັ່ງຕໍ່ໄປນີ້:
+ ໄປເຮັດວຽກ, ທ່ອງທ່ຽວ ຫຼື ໄປຢ້ຽມຢາມຍາດຕິພີ່ນ້ອງທີ່ຢູ່ຕ່າງປະເທດ;
+ ໄປສຶກສາຕໍ່, ປີ່ນປົວພະຍາດທີ່ຕ່າງປະເທດ;
+ ຊຳລະຄ່າທຳນຽມໃຫ້ຕ່າງຊາດ;
+ ເງິນອຸດໜູນໃຫ້ແກ່ຍາດພີ່ນ້ອງທີ່ຢູ່ຕ່າງປະເທດ;
+ ໂອນເງິນທີ່ເປັນມູນມໍລະດົກໃຫ້ຍາດພີ່ນ້ອງຢູ່ຕ່າງປະເທດ;
+ ການໂອນເງິນໃນກໍລະນີຍົກຍ້າຍຖິ່ນຖານຢູ່ໄປຢູ່ຕ່າງປະເທດ.
+ ບັນດາຈຸດປະສົງໃນການໂອນເງິນທີ່ເໝາະສົມອື່ນໆ;
+ ບຸກຄົນທີ່ພັກເຊົາຢູ່ປະເທດລາວ, ຜູ້ພັກເຊົາຄົນຕ່າງຊາດ: ສາມາດໂອນຍອດເງິນ ໃນບັນຊີເງິນຝາກທີ່ມີຢູ່ລາວ ຫລື ບັນດາແຫລ່ງລາຍຮັບອື່ນ ທີຖືກຕ້ອງຕາມກົດໝາຍໄປຕ່າງປະເທດຕາມຄວາມຕ້ອງການ, ບົນພື້ນຖານປະຕິບັດຕາມ ຂໍ້ກຳນົດຂອງທະນາຄານແຫ່ງ ສປປ ລາວ ກ່ຽວກັບການຄຸ້ມຄອງເງິນຕາ.
- ເວລາໂອນເງິນໄປ, ລູກຄ້າຕ້ອງສະໜອງຂໍ້ມູນກ່ຽວກັບຜູ້ຮັບເງິນໃຫ້ຄົບຖ້ວນ: ຂໍ້ມູນລະອຽດຂອງຜູ້ຮັບເງິນ(ຊື່ ແລະ ນາມສະກຸນ, ເລກບັນຊີ ຫລື ບັດປະຈຳຕົວ, ຊື່ທະນາຄານ, ລະຫັດປະເທດ, ລະຫັດຂອງທະນາຄານ...);
- ຈຳນວນເງິນທີລູກຄ້າໄດ້ຮັບອະນຸມັດໂອນ ແມ່ນຂື້ນກັບຈຸດປະສົງການໂອນຂອງລູກຄ້າ ແລະ ຕາມລະບຽບການຄຸ້ມຄອງເງິນຕາ ຂອງທະນາຄານແຫ່ງ ສປປ ລາວ ແລະ ຂອງ ທລວ ວາງອອກແຕ່ລະໄລຍະ.
ເງື່ອນໄຂການລົງທະບຽນ
- ລູກຄ້າທີ່ໃຊ້ບໍລິການ ແມ່ນບຸກຄົນທີ່ດຳລົງຊີວິດຢູ່ລາວ, ຜູ້ພັກເຊົາຢູ່ລາວ, ຄົນຕ່າງຊາດທີ່ຕັດສັນ ຊາດມາດຳລົງຊີວິດຢູ່ໃນລາວ.
ເອກະສານລົງທະບຽນ
- ສຳລັບບຸກຄົນທີ່ດຳລົງຊີວິດຢູ່ໃນລາວ:
+ ບັດປະຈຳຕົວ ຫຼື ໜັງສືເດີນທາງ (PASSPORT);
+ ເອກະສານຕ່າງໆ ຕາມຂໍ້ກຳນົດຂອງທະນາຄານກາງ ແລະ ທລວ ວາງອອກໃນແຕ່ລະໄລຍະເວລາ.
- ສຳລັບບຸກຄົນທີ່ດຳລົງຊີວິດ ຢູ່ໃນລາວທີ່ເປັນຄົນຕ່າງຊາດ ແລະ ບຸກຄົນທີ່ບໍ່ໄດ້ອາໄສ ຢູ່ລາວ:
+ ໜັງສືເດີນທາງ, Visa ທີ່ຍັງບໍ່ທັນໝົດກຳນົດ.