ວັນອັງຄານ, 19/03/2024

.

ບັນ​ຊີຊຳລະວິສາຫະກິດ

ແມ່ນບັນຊີທີ່​ບໍລິສັດ​ເປີດ​ເພື່ອໃຊ້ບໍລິການ ຊຳລະສະສາງຜ່ານທະນາຄານ, ເພື່ອຈຸດ​ປະສົງ​ຝາກ, ​​ເກັບ​ທ້ອນ​ເງິນ ຫລື​ ເຄື່ອນ​ໄຫວ​ການ​ຊຳລະ​ສະ​ສາງ ​ຜ່ານ​ທະນາຄານ.

       ຜົນປະໂຫຍດທີ່ລູກຄ້າຈະໄດ້ຮັບ:

-      ເປັນປະເພດບັນຊີເງິນຝາກ ດ້ວຍຫຼາຍສະກຸນເງິນ, ລູກຄ້າສາມາດເປີດບັນຊີ ຕາມແຕ່ລະ ສະກຸນເງິນທີ່ຕ່າງກັນ;

-      ບໍລິສັດສາມາດ​ນຳ​ໃຊ້​ ບັນຊີ​ເງິນ​ຝາກ​ກະ​ແສ​ລາຍ​ວັນ​ ເພື່ອ​ເຄື່ອນ​ໄຫວ​ຊຳລະ​ສະ​ສາງ​ ຕາມ​ຄວາມ​ຕ້ອງການ ແລະ ຖືກຕ້ອງຕາມຂໍ້ກຳນົດຂອງກົດໝາຍ;

-      ບໍລິສັດສາມາດ ເຄື່ອນໄຫວການມອບ, ຖອນ, ໂອນເງິນຈາກບັນຊີ ໄດ້ຢູ່​ທຸກສາຂາຂອງ ທລວ ທົ່ວປະເທດ;

-      ໄດ້ນຳໃຊ້ບັນດາບໍລິການ ຊຳລະສະ​ສາງ, ບໍລິການທະນາຄານທີ່ທັນສະໄໝ ທີ່ ທລວ ສະໜອງໃຫ້.

      ຄຸນລັກສະນະຂອງຜະລິດຕະພັນ

-      ເໝາະສຳລັບບັນດາບໍລິສັດ ທີ່ມີຄວາມຕ້ອງໃນການເປີດບັນຊີ ເພື່ອນຳໃຊ້ບໍລິການຊຳລະ ສະສາງຜ່ານທະນາຄານ;

-      ປະເພດສະກຸນເງິນຝາກ: ກີບ, ບາດ, ​ໂດ​ລາ, ດົງ . . .

-      ຍອດຄ້າງ​ບັນຊີ​ຕ່ຳສຸດ 500.000 ກີບ/ 100 ໂດລາ/ 3,000 ບາດ/ 1,000,000 ດົງ.

      ເອກະສານລົງທະບຽນ

-      ເປີດບັນຊີໃໝ່: ແບບຟອມຂໍເປີດບັນຊີຈາກ ທລວ, ​ໃບທະບຽນທຸລະກິດ, ໃບທະບຽນ ອາກອນ, ໃບອະນຸຍາດລົງທຶນ, ບັດປະຈຳຕົວ/ ສຳມະໂນຄົວ/ ປັດສະປໍ, ກາຈ້ຳ ປື້ມແຊັກ;

-      ຖອນເງິນຈາກບັນຊີ: ໃບແຊັກ, ບັດປະຈຳຕົວ.