ວັນເສົາ, 27/04/2024

.

ບໍລິການຮັບຊຳລະບັດ VISA

ແນະນຳໂດຍຫຍໍ້ກ່ຽວກັບບໍລິການຮັບຊຳລະບັດວີຊາ

ໃນຕູ້ ATM ຂອງ LaoVietBank

1. ການແນະນຳທົ່ວໄປ

ທະນາຄານຮ່ວມທຸລະກິດລາວຫວຽດ (LaoVietBank) ຮັບຊຳລະບັດວີຊາທີ່ເປັນບັດແຖບແມ່ເຫລັກທີ່ບັນດາທະນາຄານ, ອົງການບັດຕ່າງໆ ເປັນຜູ້ອອກຢ່າງເປັນທາງການ.

2. ປະເພດບັດຮັບຊຳລະບັດວີຊາ

LaoVietBank ສາມາດຮັບຊຳລະບັດວີຊາຜ່ານຕູ້ ATM ໄດ້ທຸກໆຕູ້ໃນທົ່ວລະບົບ.

3. ບັນດາປະເພດທຸລະກຳບັດວີຊາທີ່ສາມາດຮັບຊຳລະຜ່ານຕູ້ ATM ຂອງ LaoVietBank

- ລາຍການທຸລະກຳຖອນເງິນສົດ

- ລາຍການກວດຍອດເງິນ  (ນຳໃຊ້ສະເພາະບັດວີຊາ Debit ເທົ່ານັ້ນ)

4. ຄ່າທຳນຽມທຸລະກຳຂອງບັດວີຊາຜ່ານຕູ້ ATM ຂອງ LaoVietBank

- ລາຍການທຸລະກຳຖອນເງິນສົດ : 4% ຂອງຈຳນວນເງິນທຸລະກຳ, ຕໍ່າສຸດ 3 ໂດລາ/ລາຍການ

- ລາຍການກວດຍອດເງິນ : ບໍ່ເກັບຄ່າທຳນຽມ

5. ວົງເງິນທຸລະກຳບັດວີຊາ

- ວົງເງິນເຮັດທຸລະກຳຖອນເງິນສົດ/ຄັ້ງ

+ ຕໍ່າສຸດ 10,000 ກີບ/ຄັ້ງ

        + ສູງສຸດ 3,000,000 ກີບ/ຄັ້ງ.

- ວົງເງິນເຮັດທຸລະກຳສູງສຸດ/ມື້: ຂື້ນກັບທະນາຄານຜູ້ອອກບັດເປັນຜູ້ກຳນົດ