ວັນສຸກ, 26/04/2024

.

ບໍລິການເຄື່ອງຮູດບັດ POS

ບໍລິການເຄື່ອງຮູດບັດ POS

1. ແນະນຳໂດຍລວມກ່ຽວກັບເຄື່ອງຮູດບັດ

POS ແມ່ນຊື່ຫຍໍ້ມາຈາກພາສາອັງກິດ (Point of Sale) ແມ່ນເຄື່ອງຮັບຊຳລະບັດ. ເຄື່ອງຮູດບັດ POS ແລະ ຕູ້ຖອນເງິນສົດ ATM ອັດຕະໂນມັດລ້ວນແຕ່ມີຈຸດຄືກັນແມ່ນເຮັດທຸລະກຳຜ່ານບັດ ATM

ເຄື່ອງຮູດບັດ POS ມີຄວາມສາມາດຄືສາມາດຊຳລະບັດໄດ້ຢູ່ບັນດາສູນການຄ້າ, ຮ້ານສະດວກຊື່້, ຊຳລະຄ່າບໍລິການອື່ນໆຄືໂຮງແຮມ, ຄ່າໂທລະສັບ, ປະກັນໄພ, ຊື້ສິນຄ້າບໍລິການ... 

ເຄື່ອງຮູດບັດມີຈຸດດີຄືນ້ອຍພົກພາໄດ້ສະດວກສະບາຍ, ສາມາດຕິດຕັ້ງໄດ້ໃນຫລາຍສະຖານທີ.

2. ຜົນປະໂຫຍດຂອງບໍລິການ:

- ສຳເພາະຫົວໜ່ວຍຮັບບັດ

+ ຍົກສູງຜົນການດຳເນີນທຸລະກິດ:

  ° ຊຳລະຜ່ານບັດສາມາດຊ່ວຍໃຫ້ດຶງດູດລູກຄ້າໄດ້ຫລາຍຂື້ນກວ່າເກົ່າ (ພິເສດແມ່ນລູກຄ້າຕ່າງປະເທດ).

  ° ລູກຄ້າສາມາດຈ່າຍໃຊ້ສອຍຫລາຍຂື້ນກວ່າເກົ່າເນື່ອງຈາກບໍ່ຖືກຈຳກັດຈາກການພົກພາເງິນສົດ.

+ ຫລຸດຜ່ອນຄ່າຄຸ້ມຄອງເງິນສົດ, ຫລຸດຜ່ອນຄວາມສ່ຽງກ່ຽວກັບເງິນປອມ ແລະ ປະຢັດເວລາໃນການດຳເນີນທຸລະກຳ.

+ ຍັົກສູງຄວາມເຊື່ອໝັ້ນ, ສ້າງພາບພົດທີ່ທັນສະໄໝຂອງບໍລິສັດ, ຮ້ານຄ້າ.

+ ໄດ້ຮັບການສະໜອງອຸປະກອນຟຣີ, ຝຶກອົບຮົມຟຣີ ແລະ ຊ່ວຍເຫລືອໃນດ້ານເຕັກນິກ.

+ ໄດ້ຮັບບັນດາລາຍການບຸລິມະສິດຂອງ LaoVietBank.

- ສຳເພາະເຈົ້າຂອງບັດ

+ ຕອບສະໜອງຄວາມຕ້ອງການໃນການຊື້ສິນຄ້າໃຊ້ສອຍຢ່າງວ່ອງໄວ, ງ່າຍດາຍ, ສະດວກສະບາຍ, ປອດໄພ. 

+ ບໍ່ເສຍຄ່າບໍລິການເມື່ອນຳໃຊ້ບໍລິການຊຳລະບັດຜ່ານເຄື່ອງຮູດບັດ POS/EDC ຂອງ LaoVietBank.

+ ຫລຸດຜ່ອນຄວາມສ່ຽງໃນການກຳເງິນສົດ ແລະ ໃຊ້ຈ່າຍເງິນ, ປະຢັດເວລາໃນການຊຳລະ.

+ ສະແດງພາບພົດຂອງຄົນສະໄໝໃໝ່, ທັນສະໄໝ.

2. ເງິື່ອນໄຂໃນການນຳໃຊ້ບໍລິການ

- ວຳລັບຫົວໜ່ວຍຮັບຊຳລະບັດ:

+ ບັນດາວິສາຫະກິດ, ບຸກຄົນລາວ ແລະ ຕ່າງປະເທດທີ່ມີຈຸດສະຖານທີ່ດຳເນີນທຸລະກິດ ແລະ ຈົດທະບຽນວິສາຫະກິດຖືກຕ້ອງຕາມກົດໝາຍໃນຂະແໜງການສະໜອງສິນຄ້າ, ບໍລິການຢູ່ລາວ ແມ່ນລ້ວນແຕ່ສາມາດເປັນຫົວໜ່ວຍຮັບຊຳລະບັດຂອງ LaoVietBank.

+ ຂັ້ນຕອນການລົງທະບຽນງ່າຍດາຍ:

  ° ເອກະສານ: ສຳເນົາໃບທະບຽນວິສາຫະກິດ, ສຳເນົາບັດປະຈຳຕົວ, ສຳມະໂນຄົວ ຫລື ໝັງສືເດີນທາງຂອງເຈົ້າຂອງວິສາຫະກິດ

  ° ເຊັນສະຍາຊຳລະບັດກັບທະນາຄານ: ພະນັກງານຂອງທະນາຄານຈະເຂົ້າໄປຫາຫົວໜ່ວຍຮັບບັດໂດຍກົງເພື່ອເຊັນສັນຍາຊຳລະບັດ ຫລື ຫົວໜ່ວຍຮັບບັດສາ່ມາດເຂົ້າມາທະນາຄານເພືື່ອເຊັນ.

- ສຳລັບເຈົ້າຂອງບັດ: ແມ່ນເຈົ້າຂອງບັດຂອງອົງການບັດສາກົນອອກເຊັນບັດ VISA, Master, UnionPay, JCB…

4. ບັນດາທຸລະກຳຊຳລະ

          - ທະລະກຳຖອນເງິນສົດ

          - ທຸລະກຳຮຸດບັດຊຳລະສິນຄ້າ/ບໍລິການໂດຍກົງຢູ່ເຄື່ອງຮູດ

          - ທຸລະກຳບໍ່ໃຊ້ບັດໂດຍກົງ (Key in)

5. ຄ່າທຳນຽມຮັບຊຳລະບັດ

          - ບັດ American Express:  4%

          - ບັດ Visa, Master, JCB:   3%

            (ຄ່າທຳນຽມຮັບຊຳລະບັດສາມາດປ່ຽນແປງ ເພີ່ມ/ຫລຸດໄດ້ຕາມການຕົກລົງເຫັນດີຂອງທັງສອງຝ່າຍ ແລະ ຕາມລະບຽບຂອງ LaoVietBank)