ວັນສຸກ, 29/03/2024

.

ບໍລິການ Napas/Banknetvn

ບໍລິການຮັບຊຳລະບັດລະຫວ່າງ LAOVIETBANK  ແລະ ຫວຽດນາມ

1. ບໍລິການຮັບຊຳລະບັດລະຫວ່າງ LAOVIETBANK  ແລະ ຫວຽດນາມ ແມ່ນບໍລິການ:

+ ບັດຈົດໝີ້ (ບັດ ATM) ຂອງ LaoVietBank ເປັນຜູ້ອອກທັງໝົດດຳເນີນທຸລະກຳຖອນເງິນສົດເປັນສະ ກຸນເງິນ ຫວຽດນາມດົງ (VND)  ແລະ ກວດສອບຍອດເງິນໃນບັນຊີຢູ່ບັນດາຕູ້ ATM ຂອງແຕ່ລະທະນາຄານ ທີ່ເປັນສະມາຊິກຂອງ Napas ຢູ່ຫວຽດນາມ.

+ ບັດຈົດໝີ້ (ບັດ ATM) ຂອງທະນາຄານສະມາຊິກຂອງ Napas ຢູ່ຫວຽດນາມເປັນຜູ້ອອກທັງໝົດດຳເນີນທຸ ລະກຳຖອນເງິນສົດເປັນສະກຸນເງິນກີບ (LAK)  ແລະ ກວດສອບຍອດເງິນໃນບັນຊີຢູ່ບັນດາຕູ້ ATM ຂອງ LaoVietBank ໃນທົ່ວລະບົບ.

2. ຜົນປະໂຫຍດທີ່ໄດ້ຮັບຈາການນຳໃຊ້ບໍລິການ:

+ ສະດວກສະບາຍ: ບັນດານັກສຶກສາ, ນັກທ່ອງທ່ຽວ ແລະ ຜູ້ທີ່ໄປເຮັດວຽກທາງລັດຖະການລະຫວ່າງສອງຊາດ ລາວ - ຫວຽດນາມ ນຳໃຊ້ບັດ ATM ເພື່ອດຳເນີນທຸລະກຳຖອນເງິນ/ກວດສອບຍອດເງິນໃນບັນຊີໂດຍທີ່ບໍ່ຈຳ ເປັນຕ້ອງອອກໄປຫາທະນາຄານເພື່ອແລກປ່ຽນເງິນຕາ VND ແລະ LAK.

+ ວ່ອງໄວ: ຂັ້ນຕອນໃນການຖອນເງິນໃນຕູ້ ATM ງ່າຍດາຍ.

+ ຕາໜ່າງເຄືອຄ່າຍຕູ້ ATM ປົກຄຸມໄປທົ່ວປະເທດລາວ ແລະ ຫວຽດນາມ ຫລາຍກວ່າ 10.000 ຕູ້.

+ ຄ່າທຳນຽມໃນການເຮັດທຸລະກຳຕໍ່າ.

3. ຄ່າທຳນຽມໃນການເຮັດທຸລະກຳບັດ

+ ສຳລັບບັດຂອງ LaoVietBank ເປັນຜູ້ອອອກເຮັດທຸລະກຳຢູ່ບັນດາຕູ້ ATM ຢູ່ຫວຽດນາມ:

  • ຖອນເງິນສົດ

1,5 USD/ລາຍການ

  • ກວດສອບຍອດເງິນ

0,1 USD/ລາຍການ

 

+ ສຳລັບບັດຂອງບັນດາທະນາຄານສະມາຊິກຂອງ Napas ເຮັດທຸລະກຳຢູ່ຕູ້ ATM ຂອງ LaoVietBank:

  • ຖອນເງິນສົດ

0,5 USD/ລາຍການ

  • ກວດສອບຍອດເງິນ

0,1 USD/ລາຍການ

 

4. ວົງເງິນເຮັດທຸລະກຳຖອນເງິນສົດຢູ່ຕູ້ ATM LaoVietBank:

ລ/ດ ລາຍການທຸລະກຳ ວົງເງິນ
1 ລາຍການຖອນເງິນສູງສຸດຄັ້ງ 1,000,000 ກີບ
2 ຈຳນວນເງິນຖອນສູງສຸດມື້ 30,000,000 ດົງ

5. ລາຍຊື່ທະນາຄານທີ່ຮັບຊຳລະບັດຂອງ LaoVietBank ແລະ ຕູ້ ATM ຂອງ LaoVietBank ຮັບຊຳລະບັດຂອງບັນດາທະນາຄານສະມາຊິດຂອງ Napas.

/

ທະນາຄານ

6 ຕົວເລກທໍາອິດ

ທະນາຄານຮັບບັດຂອງ LaoVietBank

ATM LaoVietBank ຮັບບັດຂອງ Napas

1

BIDV

970418

2

Agribank

970405

3

Vietinbank

970415, 62016(0-9)

 

4

Oceanbank

970414

 

5

PG bank

970430

 

6

VRB

970421

7

Saigonbank

970400

8

PV combank

970412

 

9

Nam A bank

970428

 

10

SeABank

970440

11

ABBank

970425

12

GP Bank

970408

13

ACB

970416

 

14

HD Bank

970437

15

Sacombank

970403