.
ແມ່ນການບໍລິການໜື່ງຂອງ LVB, ເຊິ່ງ LVBເປັນຕົວແທນໃຫ້ແກ່ຜູ້ສົ່ງອອກ ຮຽກເກັບເງີນ, ທວງເງິນກັບ ຜູ້ນຳເຂົ້າ ຫຼັງຈາກຜູ້ສົ່ງອອກໄດ້ສົ່ງສິນຄ້າ ໃຫ້ຜູ້ນຳເຂົ້າແລ້ວ ແລະ ພ້ອມນັ້ນຍັງເປັນຜູ້ຕິດຕາມ,ແຈ້ງທວງການຊຳລະຈ່າຍ ໃນກໍລະນີຜູ້ນຳເຂົ້າຍັງບໍ່ທັນຊຳລະ. ໂອນເຂົ້າບັນຊີຂອງທ່ານ ເມື່ອຜູ້ນຳເຂົ້າມີການຊຳລະ ຈາກທະນາຄານຜູ້ຕາງໜ້ານຳເຂົ້າສິນຄ້າ.
ຜົນປະໂຫຍດຂອງລູກຄ້າ
- ທ່ານຈະລຸດຜ່ອນເມື່ອທ່ານໃຊ້ຮູບແບບໜັງສືສິນເຊື່ອຫຼືເອກະສານຮຽກເກັບ;
- ທ່ານຈະໄດ້ຮັບຄວາມສະດວກສະບາຍ, ປອດໄພໃນການຮຽກເກັບເງິນພາຍຫຼັງທ່ານສົ່ງອອກສິນຄ້າ;
- ທ່ານຈະໄດ້ຮັບການແນະນຳແລະໄດ້ຮັບຜົນປະໂຫຍດສູງສຸດ;
- ຈະໄດ້ຮັບການສະໜັບສະໜູນທາງດ້ານການເງິນໂດຍຜ່ານຮູບແບບການສະໜັບ ສະໜູນສິນເຊື່ອຂອງການສົ່ງອອກ;
- ແຕ່ລະຂັ້ນຕອນສະດວກງ່າຍ ແລະ ທລວ ຍັງຊ່ວຍເຫຼືອທາງດ້ານການເງີນ;
- ໃຊ້ເວລາປະຢັດໃນການແກ້ໄຂທວງການຊຳລະສະສາງ;
- ຮັບປະກັນຄວາມປອດໄພ, ປິດລັບຂໍ້ມູນຂອງລູກຄ້າ.
ຮູບການຮຽກເກັບ
- ຮຽກເກັບຈ່າຍທັນທີ D/A(ຮຽກເກັບຕາມຮູບການຊຳລະຊຸດຈ່າຍເອກະສານທັນທີ);
- ຮຽກເກັບຈ່າຍເປັນງວດ D/P (ຮຽກເກັບຕາມຮູບການ ຍອມຮັບຊຳລະຈ່າຍຊຸດເອ ກະສານແບບມີເງື່ອນໄຂ).
ເອກະສານປະກອບ
- ໃບສະເໜີສົ່ງເອກະສານຮຽກເກັບ ( ຕາມແບບຟອມ ຂອງ ທລວ );
- ເອກະສານນິຕິກໍາ “ໃບທະບຽນດໍາເນີນທຸລະກິດ, ໃບອາກອນຂອງບໍລິສັດ,…”
- ສັນຍາຊື້ຂາຍ , ສັນຍາສົ່ງອອກສິນຄ້າ, ສັນຍາບໍລິການອື່ນໆ,….
- ໃບຮຽກເກັບເງິນ;
- ຊຸດເອກະສານຮຽກເກັບ (ເອກະສານສົ່ງເຄື່ອງ);
- ໃບອານຸຍາດສົ່ງອອກສິນຄ້າ;
- ບັນດາເອກະສານອື່ນໆທີ່ກ່ຽວຂ້ອງໃນການສົ່ງອອກ.