ວັນພຸດ, 17/04/2024

.

ບໍລິການອອກບັດ​ດ່ວນ​

                                                 ບໍລິການອອກບັດດ່ວນ

                                                     (ວ່ອງໄວທັນໃຈ)

1. ຄວາມສະດວກເມື່ອອອກບັດ

       - ຫລັງຈາກ 20 ນາທີລົງທະບຽນ ທ່ານຈະມີບັດ ATM ເພື່່ອນຳໃຊ້ເຂົ້າໃນການເຮັດທຸລະກຳທັນທີ່ 01 ບັດ.

       - ບັນດາຄວາມສາມາດຂອງບັດແມ່ນຈະບໍ່ມີຫຍັງປ່ຽນແປງທຽບກັບຜະລິດຕະພັນບໍລິການອື່ນໆ.

+ ຂໍ້ມູນໃນບັດຄົບຖ້ວນຄື: ຊື່ເຈົ້າຂອງບັດ, ເລກບັດ.

+ ຖອນເງິນສົດໃນຕູ້ ATM ຜ່ານລະບົບເຊື່ອມໂຍງ Bconnex ແລະ NaPas;

+ ໂອນເງິນໃນລະບົບຂອງ LaoVietBank;

+ ຊຳລະໃບບິນໂທລະຄົມ unitel;

+ ກວດສອບຍອດເງິນໃນບັນຊີ, ພິມລາຍການທຸລະກຳຍ້ອນຫລັງຫລ້າສຸດ.

+ ເຊື່ອມຕໍ່ໄດ້ເຖິງ 08 ບັນຊີ;

(ບໍລິການອອກບັດດ່ວນຍັງບໍ່ນຳໃຊ້ກັບຜະລິດຕະພັນບັດ My Avatar)

2. ວົງເງິນໃນການເຮັດທຸລະກຳ

ວົງເງິນໃນການນຳໃຊ້ຜະລິດຕະພັນບັດຈະແຕກຕ່າງກັນຕາມທີ່ຜະລິດຕະພັນບັດທີ່ລູກຄ້າເລືອກນຳໃຊ້. ລາຍ ລະອຽດເພີ່ມເຕີມ: http://laovietbank.com.la/la/category/product-card.html

3. ເງິື່ອນໄຂໃນການອອກບັດ

        - ບຸກຄົນທີ່ເປັນຄົນລາວ ຫລື ຄົນຕ່າງປະເທດທີ່ດຳລົງຊີວິດຢູ່ລາວ ມີຄວາມຕ້ອງການນຳໃຊ້ຜະລິດຕະພັນບັດ, ຕອບສະໜອງບັນດາເງື່ອນໄຂໃນການອອກບັດ, ນຳໃຊ້ບັດໂດຍທີ່ LaoVietBank ແລະ ກົດໝາຍໄດ້ກຳນົດ.

        - ມີບັນຊີຢູ່ LaoVietbank.

4. ຂັ້ນຕອນການອອກບັດ

        - ປະກອບເອກະສານໃນການອອກບັດ:

              + ໃບສະເໜີອອກບັດ ແລະ ສັນຍານຳໃຊ້ບັດ(ລາຍລະອຽດຕາມແບບຟອມ)

              + ສຳເນົາບັດປະຈຳຕົວ/ໜັງສຶຜ່ານແດນ (ເອົາສະບັບແທ້ມາພ້ອມເພື່ອປຽບທຽບ)

        - ຫລັງຈາກ 20 ນາທີລົງທະບຽນອອກບັດຮັບບັດທັນທີ.

5. ຄ່າທຳນຽມ

ລ/ດ

ປະເພດຄ່າທຳນຽມ

ຄ່າທຳນຽມ

ບັດທຳມະດາ

ບັດ ATM Gold

ບັດ ATM Silver

1

ຄ່າອອກບັດ

1.1

ອອບບັດຄັ້ງທຳອິດ

50,000 ກີບ

70,000 ກີບ

60,000 ກີບ

1.2

ປ່ຽນບັດ (ເປ່ເພ, ເສຍຫາຍ)

30,000 ກີບ

50,000 ກີບ

40,000 ກີບ

2

ຄ່ານຳໃຊ້ບັດ

2,000 ກີບ/ເດືອນ

5,000 ກີບ/ເດືອນ

4,000 ກີບ/ເດືອນ

3

ຄ່າທຳນຽມອື່ນໆ (ປິດບັດ, ເປີດນຳໃຊ້ບັດຄືນ, ປ່ຽນລະຫັດ PIN)

ນຳໃຊ້ຕາມບັນດາຜະລິດຕະພັນບັດ ATM ອື່ນໆຂອງ LaoVietBank

ໝາຍເຫດ: ບັນດາຄ່າທຳນຽມຄ້າງເທິງນີ້ຍັງບໍ່ລວມກັບອາກອນມູນຄ່າເພີ່ມ.