ວັນເສົາ, 20/04/2024

.

ເງິນຝາກລຸ້ນຊັບຮັບໂຊກປີ 2016 ຄັ້ງທີ 1

popup

ເງິນຝາກລຸ້ນຊັບຮັບໂຊກແມ່ນຮູບແບບເງິນຝາກທີ່ມີບັນດາລັກສະນະດັ່ງລຸ່ມນີ້:

- ໃນແຕ່ລະຄັ້ງທີ່ມາຝາກເງິນຕົ້ນ, ຈຳນວນເງິນຝາກຈະຖືກຈົດມີເຂົ້າໃນບັນເງິນຝາກມີກຳນົດ; ໃນແຕ່ລະຄັ້ງທີ່ຝາກຕົ້ນ ແມ່ນລູກຄ້າຈະໄດ້ຮັບໃບຢັ້ງຢືນເງິນຝາກມີກຳນົດທີ່ມີກາຈໍ້າຂອງ LaoVietBank, ກາຈໍ້າເງິນຝາກຊິງໂຊກ ແລະ ໄດ້ຮັບຕົວ ເລກຊິງໂຊກ;

- ລູກຄ້າບໍ່ໄດ້ຮັບອະນຸຍາດຖອນບາງ ສ່ວນ, ຖ້າມີຄວາມຕ້ອງການທີ່ຈະຖອນ, ລູກຄ້າຕ້ອງປິດຈຳນວນເງິນຝາກທັງໝົດ.

* ໄລຍະເວລາຄາດຄະເນ່ໃນການຜັນຂະຫຍາຍຜະລິດຕະພັນ:

ຜັນຂະຫຍາຍແຕ່ວັນທີ 20/01/2016 ຮອດວັນທີ 20/06/2016.

* ເປົ້າໝາຍລູກຄ້າເຂົ້າຮ່ວມ:

-   ບຸກຄົນທີ່ເປັນຄົນລາວທີ່ກຳລັງອາໄສ ແລະ ເຄື່ອນໄຫວຖືກຕ້ອງຕາມກົດໝາຍ ຢູ່ ສປປ ລາວ ແລະ ຕ່າງປະເທດ.

-   ບຸກຄົນຕ່າງປະເທດທີ່ກຳລັງອາໄສ ແລະ ເຄື່ອນໄຫວຖືກຕ້ອງຕາມກົດໝາຍ ຢູ່ ສປປ ລາວ.

-   ສຳລັບພະນັກງານຂອງ ທລວ ແມ່ນບໍ່ມີສິດເຂົ້າຮ່ວມລາຍການ (​ເຂົ້າຮ່ວມ​ໂດຍ​ໃຊ້​ຊື່​ຂອງ​ຄົນ​ໃນ​ຄອບຄົວ ຫຼື ​ໝູ່​ເພື່ອນ).

 * ຂອບເຂດການນຳໃຊ້: ນຳໃຊ້ໃນ ທະນາຄານຮ່ວມທຸລະກິດລາວຫວຽດ ໃນທົ່ວລະບົບ.

* ສະກຸນເງິນໃນການລົດົມ: LAK (ກີບ), THB (ບາດ), USD (ໂດລາສະຫະລັດ).

* ໄລຍະເວລາໃນການຝາກ:   3, 6, 9 ເດືອນ.

ວົງເງິນຝາກ/1ຕົວເລກຊິງລາງວັນ

ໄລຍະເວລາຝາກ

ກີບ

ໂດລາ

ບາດ

3 ເດືອນ

2,000,000

200

8,000

6,9 ເດືອນ

1,000,000

10

4,000

ອັດຕາດອກເບ້ຍ

ໄລຍະເວລາຝາກ

ກີບ (%/ປີ)

ໂດລາ (%/ປີ)

ບາດ (%/ປີ)

3 ເດືອນ

3.34%

3%

2.50%

6 ເດືອນ

4.22%

3,5%

3.25%

9 ເດືອນ

5.50%

4%

3.25%

ໝາຍເຫດ: ໃນໄລຍະເວລາຜັນຂະຫຍາຍລາຍການ, ອັດຕາດອກເບ້ຍສາມາດປ່ຽນແປງຕາມຂໍ້ກຳນົດຂອງ ທະນາຄານ ແລະ ຕາມອັດຕາທ້ອງຕະຫຼາດ

*ວິທີຈ່າຍດອກເບ້ຍ:ຈ່າຍດອກເບ້ຍເປັນງວດ 3 ເດືອນ/1 ຄັ້ງ.

*ໝູນລາງວັນຄັ້ງທີ1:

ລຳດັບ

ຈຳນວນ

ຮູບແບບລາງວັນ

ລາງວັນທີ1

01

ຄຳ 50 ບາດ

ລາງວັນທີ 2

02

ຄ  ຄຳ 10 ບາດ

ລາງວັນທີ 3

05

ຄຳ 3 ບາດ

ລາງວັນທີ 4

10

ຄຳ 1 ບາດ

ລາງວັນທີ 5

20

ຄຳ 2 ສະຫຼຶງ

ກໍລະນີປິດບັນຊີກ່ອນກຳໜົດ:

-  ປິດບັນຊີກ່ອນກຳໜົດໝາຍເຖິງ ລູກຄ້າທີ່ມາປິດບັນຊີເງິນຝາກລຸ້ນຊັບຮັບ ໂຊກກ່ອນກຳໜົດຝາກໃນໄລຍະເຂົ້າຮ່ວມ ລາຍການເງິນຝາກລຸ້ນຊັບຮັບໂຊກກັບ LVB, ບໍ່ນັບບັນດາບັນຊີທີ່ໄດ້ປິດຕາມກຳ ໜົດໃນໄລຍະເຂົ້າຮ່ວມລາຍການ.

- ເມື່ອລູກຄ້າປິດບັນຊີກ່ອນກຳໜົດ, ລູກຄ້າຈະໄດ້ຮັບດອກເບ້ຍເງິນຝາກບໍ່ມີກຳໜົດ (ບັນຊີຝາກປະຢັດ) ນຳໃຊ້ໃນມື້ຖອນ.

-ໃນກໍລະນີລູກຄ້າປິດບັນຊີເງິນຝາກ ລຸ້ນຊັບຮັບໂຊກຫລັງກຳໜົດຝາກກ່ອນມື້ ໝູນຕົວເລກຊິງລາງວັນ,ລູກຄ້າຍັງມີສິດ ເຂົ້າຮ່ວມລາຍ ການຊິງລາງວັນ.

ຜົນປະໂຫຍດຕໍ່ລູກຄ້າ

ນອກຈາກລູກຄ້າມາຝາກເງິນໄດ້ຮັບດອກເບ້ຍເພື່ອໃຊ້ສອຍແລ້ວ, ລູກຄ້າຍັງມີສິດລຸ້ນຮັບ ຄຳໄປເປັນຂອງສົມມະນາຄຸນນໍາອີກ.

*ເງື່ອນໄຂຮັບລາງວັນ:

• ລູກຄ້າໜຶ່ງທ່ານທີ່ເຂົ້າຮ່ວມລາຍການເງິນຝາກລຸ້ນຊັບຮັບໂຊກມີສິດລຸ້ນຮັບລາງວັນໄດ້ ຫລາຍລາງວັນ.

• ໜຶ່ງຕົວເລກຊິງລາງວັນສາມາດຮັບເອົາຂອງລາງວັນທີ່ມີມູນຄ່າຫລາຍສຸດພຽງລາງວັນ ດຽວເທົ່ານັ້ນ (ໃນກໍລະນີຕົວເລກດັ່ງກ່າວຖືກ ຫລາຍລາງວັນ)

ບັນຊີເງິນຝາກຂອງລູກຄ້າທີ່ມີສິດເຂົ້າຮ່ວມ ຊິງລາງວັນຕ້ອງແມ່ນບັນຊີທີ່ບໍ່ໄດ້ປິດກ່ອນ